ວັດສີສະເກດ

v ວັດສີສະເກດ.
 I.            ທີ່ຕັ້ງຂອງວັດສີສະເກດ.


ຮູບ: ວັດສີສະເກດ


      ວັດສີສະເກດເປັນວັດໜຶ່ງທີ່ມີທີ່ຕັ້ງທີ່ສຳຄັນ, ເຊິ່ງຕັ້ງຢູ່ທິດຕາວັດອອກສຽງໃຕ້ຂອງນະຄອນຫຼວງວຽງຈັນ, ຂຶ້ນກັບບ້ານສີເກດ, ເມືອງຈັນທະບູລີ ແລະ ເປັນເສັ້ນທາງຄົບກັນລະຫວ່າງຖະໜົນ ໄຊເຊດຖາທິລາດກັບຖະໜົນລ້ານຊ້າງ. ຂອບເຂດວັດເປັນດິນກວ້າງຮາບພຽງພໍສົມຄວນ ສິມວັດສີສະເກດປິ່ນນ້າໄປທາງທິດຕາເວັນຕົກ, ຫ່າງຈາກນໍ້າຂອງປະມານ 215 ແມັດ. ຫ່າງຈາກວັດສີສະເກດໄປທາງທິດຕາເວັນຕົກ ແມ່ນພະລາດສະວັງເກົ່າຂອງພະເຈົ້າແຜ່ນດິນລ້ານຊ້າງວຽງຈັນ ປັດຈຸບັນໄດ້ພັດທະນາເປັນສຳນັກງານປະທານປະເທດ (ຫໍຄຳ ).

II.            ປະຫວັດຄວາມເປັນມາຂອງວັດສີສະເກດ.

    ອີງຕາມພົງສາວະດານວັດສີສະເກດມີສອງຊື່ຄື: ສີສະເກດ ແລະ ສະຕະຫະສະຣາ, ຖ້າແປຕາມຄວາມໝາຍລາວແມ່ນແສນ, ແຕ່ປະຊາຊົນລາວມັກເອີ້ນວັດສີສະເກດ.
ວັດສີສະເກດໄດ້ສ້າງຕັ້ງຂຶ້ນໃນປີ ຄສ 1819 ແລະ 1824 ພາຍໃຕ້ພຮະລາຊະອົງການຂອງເຈົ້າ ອານຸວົງ, ພຣະມະຫາກະສັກດອົງສຸດທ້າຍແຫ່ງຮາຊະວົງລ້ານຊ້າງວຽງຈັນ. ວັດນີ້ຕັ້ງຢູ່ໃຈກາເມືອງພໍດີ ແລະ ຢູ່ໃກ້ກັບບໍລິເວນພຣະຣາຊະວັງຫຼວງ ( ປັດຈຸບັນໄດ້ພັດທະນາສ້າງເປັນສຳນັກງານປະທານປະເທດຫຼືຫໍຄຳ )
     ໃນປີ ຄສ 1927 ສັກດີນາສະຫຍາມ ໄດ້ເຂົ້າມມາຮຸກຮານເຜົາຜານເມືອງວຽງຈັນ ແລະ ກວດຕ້ອນບັງຄັບໃຫ້ປະຊາຊົນລາວອົບພະຍົບນີຈາກບ້ານເກີດເມືອງນອນຂອງຕົນ.  ວັດວາອາຮາມສ່ວນຫຼາຍຖືກມ້າງເພທຳລາຍ, ວັດສີສະເກດເປັນວັດດຽວທີ່ລອດພົ້ນອອກຈາກເຫດການດັ່ງກ່າວ, ເຖິງແມ່ນເປັນເວລາຫຼາຍທົດສະວັດທີ່ຕົວເມືອງຮົດຮ້າງເປັນເທົ່າຖ່ານ ເປົ່າແປນ ເຕັມໄປດ້ວຍຊາກປະຫຼັກຫັກພັງ, ແຕ່ກິດຈະກຳທາງສາສາໜາໃນວັດແຫ່ງນີ້ຍັງສືບຕໍ່ດຳເນີນມາຢ່າງເປັນປົກກະຕິ. ປະຈຸບັນນີ້ວັດສີສະເກດນັບວ່າເປັນວັດແຫ່ງດຽວຂອງອານາຈັກລ້ານຊ້າງວຽງຈັນ ທີ່ຍັງຄົງຮັກສາຮູບຊົງເດີມໄວ້ໄດ້ຢ່າງສົມບູນ.
      ໃນປີ ຄສ 1924 ພາຍໃຕ້ການນຳພາຂອງເຈົ້າເພັດຊະລາດ ສ່ວນໜຶ່ງຂອງວັດໄດ້ຮັບການບູລະນະປະຕິສັງຂອນຄືນໃໝ່.

III.            ຊັບພະຍາກອນການທ່ອງທ່ຽວ ແລະ ສິລະປະ - ສະຖາປັດຕະຍະກຳ.
            ວັດສີສະເກດເປັນວັດທີ່ເກົ່າແກ່ ມີເອກະລັກສະເພາະຕົວເຊິ່ງເປັນທີ່ດຶງດູດໃຈໃຫ້ແກນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ໂດຍສະເພາະບຸກຄົນທີ່ມັກສຶກສາກ່ຽວກັບບູຮານສະຖານທີ່ເກົ່າແກ່, ທີ່ມີຄວາມສົນໃຈໃນສິລະປະຂອງຄນລາວສະໄໝກ່ອນ ວັດສີສະເກດຈະເປັນຕົວເລືອກໜຶ່ງທີ່ສຳຄັນ.
1.      ສິມ:  ແມ່ນສະຖານທີ່ສັກສິດເຊິ່ງເພິ່ນສະຫງວນໄວ້ສະເພາະສາສະໜາກິດຂອງພະພິຂຸສົງໃຊ່ເປັນສະຖານທີ່ສູດປະຕິໂມກ ແລະໃນພິທີບວດເທົ່ານັ້ນ ພາຍໃນສິມເປັນແບບຫ້ອງໂຖງດ່ຽວທາງນອກອ້ອມຮອບດ້ວຍລະບຽງຍົກພື້ນຕ່ຳ ແລະ ໃບເສມາປັກເພື່ອກຳນົດເຂດສັກສິດຢູ່ເພດານສິມມີດອກບົວຫ້ອຍປະດັບເຊິງແກະສະຫຼັກດ້ວຍໄມ້ສັກແລະມີຮູບແຕ້ມຕິດຢູ່ຕາມຝາຜະໜັງ ເຊິ່ງມັນບອກເລົ່າເຖິງນິທານຊາດົກ ເລື່ອງພະລະສັງຂະຫຍາ ເຊິ່ງມີເຈົ້າຊາຍໂບກຂະລະພັດ ແລະ ວິວເສດເປັນຕົວລະຄອນເອກ ແຕ່ຕາມຝາກົມມະລຽນແມ່ນເລື່ອງ ກາລະເກດ ແລະ ມ້າມະນີກກາບ ຮູບແຕ້ມຝາຜະໜັງເຫຼົ່ານີ້ແມ່ນຖືກແຕ້ມດ້ວຍສີທຳມມະຊາດປະສົມກັບກາວບູຮານລົງເທິງຜິວພື້ນທີ່ແຫ້ງດີ. ຮູບແຕ້ມເຫຼົ່ານີ້ເປັນສິ່່ງທີ່ດຶງດູດໃຈຫຼາຍສຳຫຼັບນັກທ່ອງທ່ຽວໂດຍສະເພາະແມ່ນຊາວຕ່າງຊາດທີ່ພວກເຂົາບໍ່ເຄີຍເປັນມາກ່ອນ.

                           
2.      ຫໍໄຕ: ແມ່ນຫໍສະໝຸດຮັກສາໜັງສືຜູກໃບລານທີ່ຈາລຶກຫຼັກພະທຳຄຳສອນຂອງພະສຳມາສຳພຸດທະເຈົ້າ, ບັນດາພະໄຕປີດົກໄດ້ເກັບມ້ຽນພາໃນຕູ້ຄຳພີໄມ່ຂະນາດໃຫຍ່ຕັ້ງງຢູ່ໃຈກາງຫໍໄຕ. ຫໍໄຕຫໍນີ້ສ້າງດ້ວຍໄມ້ເນື້ອດີມີລັກສະນະຄືເຮືອນຮ້ານ ແຕ່ປະຈຸບັນດ້ານລຸ່ມກໍດ້ວຍດິນຈີ່ ມີຂັ້ນໃດຂຶ້ນລົງ. ຫໍໄຕເປັນຈຸດໜຶ່ງທີ່ໜ້າສົນໃຈສຳຫຼັບນັກທ່ອງທ່ຽວເພາະຫໍໄຕວັດສີສະເກດເປັນໜຶ່່ງໃນສິລະປະການກໍ່ສ້າງ ການຄວັດລວດລາຍເປັນສີມືຊັ້ນຍອດຂອງນາຍຊ່າງລາວທີ່ມີຊື່ສຽໄປທົ່ວໂລກ, ດັ່ງນັ້ນຫໍໄຕຈຶ່ງເປັນຈຸດສົນໃຈຂອງນັກທ່ອງທ່ຽວເມື່ອຍ່າງເຂົ້າໄປໃນຮົ່ວຮູບ:ຫໍໄຕ




      ພາຍໃນວັດສີສະເກດຍັງມີບ່ອນທີ່ໜ້າສົນໃຈຫຼາຍບ່ອນເຊັ່ນ: ກຸຕິ, ພະທາດ, ກົມມະລຽນ, ສີລາຈາລຶກ, ເຮືອນໄມ້ຫະຖິ ເຈົ້າເພັດຊະລາດ ແລະ ອື່ນໆ.


                                                          ຮູບ: ກຸຕິ


                                                ຮູບ: ສິລາຈາລຶກ


                                                               ຮູບ: ກົມມະລຽນ



ຮູບ: ເຮືອນໄມ້ຫະຖິ ເຈົ້າເພັດຊະລາດ

     
      ວັດສີສະເກດເປັນສະຖານທີ່ສັກສິດມີຜູ້ຄົນເຂົ້າໄປທ່ຽວຊົມຢ່າງບໍ່ຂາດສາຍໂດຍສະເພາະແມມ່ນຄົນຕ່າງຊາດທີ່ພວກເຂົາມີຄວາມສົນໃຈໃນສິລະປະລາວສະໄໝກ່ອນ, ໃນແຕ່ລະມື້ຈະມີຄົນຕ່າງຊາດເຂົ້າໄປທ່ຽວຊົມເຊັ່ນ: ຄົນຈີນ, ຍີ່ປຸ່ນ, ຝຣັ່ງ, ໄທ...ເຊິ່ງວັດສີສະເກດກໍຮັບຮອງໄດ້ເປັນຢາງດີ.

IV.            ການເຂົ້າເຖິງ.


     ວັດສີສະເກດແມ່ນມີເສັ້ນທາງເຂົ້າເຖີງສະດວກສະບາຍ ເພາະຕັ້ງຢູ່ຖະໜົນຄົບກັນລະຫວ່າງໄຊເສດຖາທິລາດກັບຖະນົນລ້ານຊ້າງ ຕັ້ງງຢູ່ຈຸດໃຈກາງເຊິ່ງເປັນສູນລວມສາມາດຊົມທ່ຽວໄດ້ງ່າຍ.  ເປີດໃຫ້ບໍລິກນທຸກມື້້ ຕອນເຊົ້າແມ່ນເປີດແຕ່ 8:00 ໂມງ ຫາ 12:00 ໂມງ ສ່ວນຕອນແລງແມ່ນ 1:00 ໂມງ ຫາ 4:00 ໂມງ.



V.            ການໃຫ້ບໍລິການ.

      ວັດສີສະເກດມີການໃຫ້ບໍລິການຫຼາຍເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວບໍ່ວ່າຈະເປັນບ່ອນຈອດລົດ, ຮ້ານກິນດືມ, ຮ້ານຂາຍສິນຄ້າທີ່ລະນຶກ,ຫ້ອງນ້ຳ.ນອກນີ້ຍັງມີບໍລິການສິ້ນໃຫ້ແການັກທ່ອງທ່ຽວຜູ້ຍິງທີ່ຈະເຂົ້າເບິ່ງຄວາມສວຍງາມພາຍໃນວັດ. ສ່ວນການເກັບປີ້ເຂົ້າເບິ່ງພາຍໃນວັດແມ່ນຄົນລາວຈະເກັບ 2000 ກີບຕໍ່ຄົນ, ຄົນຕ່າງຊາດ 5000 ຕໍ່ຄົນ ສຳຫຼັບນັກຮຽນນັກສຶກສາແມ່ນບໍ່ໄດ້ເສຍ.













                                                                                                                                                         
                                                                       











x

Comments

  1. ປີທີ່ຖືກສະຫຍາມເຂົ້າມາທຳລາຍມ້າງເພ ຂຽນບໍ່ຖືກ 1827 ບໍ່ແມ່ນ 1927

    ReplyDelete

Post a Comment