v ວັດສີສະເກດ.
ຮູບ: ວັດສີສະເກດ
ວັດສີສະເກດເປັນວັດໜຶ່ງທີ່ມີທີ່ຕັ້ງທີ່ສຳຄັນ,
ເຊິ່ງຕັ້ງຢູ່ທິດຕາວັດອອກສຽງໃຕ້ຂອງນະຄອນຫຼວງວຽງຈັນ, ຂຶ້ນກັບບ້ານສີເກດ,
ເມືອງຈັນທະບູລີ ແລະ ເປັນເສັ້ນທາງຄົບກັນລະຫວ່າງຖະໜົນ ໄຊເຊດຖາທິລາດກັບຖະໜົນລ້ານຊ້າງ.
ຂອບເຂດວັດເປັນດິນກວ້າງຮາບພຽງພໍສົມຄວນ ສິມວັດສີສະເກດປິ່ນນ້າໄປທາງທິດຕາເວັນຕົກ,
ຫ່າງຈາກນໍ້າຂອງປະມານ 215 ແມັດ. ຫ່າງຈາກວັດສີສະເກດໄປທາງທິດຕາເວັນຕົກ
ແມ່ນພະລາດສະວັງເກົ່າຂອງພະເຈົ້າແຜ່ນດິນລ້ານຊ້າງວຽງຈັນ
ປັດຈຸບັນໄດ້ພັດທະນາເປັນສຳນັກງານປະທານປະເທດ (ຫໍຄຳ ).
II.
ປະຫວັດຄວາມເປັນມາຂອງວັດສີສະເກດ.
ອີງຕາມພົງສາວະດານວັດສີສະເກດມີສອງຊື່ຄື: ສີສະເກດ ແລະ ສະຕະຫະສະຣາ,
ຖ້າແປຕາມຄວາມໝາຍລາວແມ່ນແສນ, ແຕ່ປະຊາຊົນລາວມັກເອີ້ນວັດສີສະເກດ.
ວັດສີສະເກດໄດ້ສ້າງຕັ້ງຂຶ້ນໃນປີ ຄສ 1819 ແລະ 1824 ພາຍໃຕ້ພຮະລາຊະອົງການຂອງເຈົ້າ
ອານຸວົງ, ພຣະມະຫາກະສັກດອົງສຸດທ້າຍແຫ່ງຮາຊະວົງລ້ານຊ້າງວຽງຈັນ. ວັດນີ້ຕັ້ງຢູ່ໃຈກາເມືອງພໍດີ ແລະ ຢູ່ໃກ້ກັບບໍລິເວນພຣະຣາຊະວັງຫຼວງ (
ປັດຈຸບັນໄດ້ພັດທະນາສ້າງເປັນສຳນັກງານປະທານປະເທດຫຼືຫໍຄຳ )
ໃນປີ ຄສ 1927 ສັກດີນາສະຫຍາມ
ໄດ້ເຂົ້າມມາຮຸກຮານເຜົາຜານເມືອງວຽງຈັນ ແລະ
ກວດຕ້ອນບັງຄັບໃຫ້ປະຊາຊົນລາວອົບພະຍົບນີຈາກບ້ານເກີດເມືອງນອນຂອງຕົນ. ວັດວາອາຮາມສ່ວນຫຼາຍຖືກມ້າງເພທຳລາຍ,
ວັດສີສະເກດເປັນວັດດຽວທີ່ລອດພົ້ນອອກຈາກເຫດການດັ່ງກ່າວ,
ເຖິງແມ່ນເປັນເວລາຫຼາຍທົດສະວັດທີ່ຕົວເມືອງຮົດຮ້າງເປັນເທົ່າຖ່ານ ເປົ່າແປນ
ເຕັມໄປດ້ວຍຊາກປະຫຼັກຫັກພັງ,
ແຕ່ກິດຈະກຳທາງສາສາໜາໃນວັດແຫ່ງນີ້ຍັງສືບຕໍ່ດຳເນີນມາຢ່າງເປັນປົກກະຕິ.
ປະຈຸບັນນີ້ວັດສີສະເກດນັບວ່າເປັນວັດແຫ່ງດຽວຂອງອານາຈັກລ້ານຊ້າງວຽງຈັນ
ທີ່ຍັງຄົງຮັກສາຮູບຊົງເດີມໄວ້ໄດ້ຢ່າງສົມບູນ.
ໃນປີ ຄສ 1924
ພາຍໃຕ້ການນຳພາຂອງເຈົ້າເພັດຊະລາດ ສ່ວນໜຶ່ງຂອງວັດໄດ້ຮັບການບູລະນະປະຕິສັງຂອນຄືນໃໝ່.
III.
ຊັບພະຍາກອນການທ່ອງທ່ຽວ ແລະ ສິລະປະ - ສະຖາປັດຕະຍະກຳ.
ວັດສີສະເກດເປັນວັດທີ່ເກົ່າແກ່
ມີເອກະລັກສະເພາະຕົວເຊິ່ງເປັນທີ່ດຶງດູດໃຈໃຫ້ແກນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ
ໂດຍສະເພາະບຸກຄົນທີ່ມັກສຶກສາກ່ຽວກັບບູຮານສະຖານທີ່ເກົ່າແກ່,
ທີ່ມີຄວາມສົນໃຈໃນສິລະປະຂອງຄນລາວສະໄໝກ່ອນ ວັດສີສະເກດຈະເປັນຕົວເລືອກໜຶ່ງທີ່ສຳຄັນ.
1. ສິມ: ແມ່ນສະຖານທີ່ສັກສິດເຊິ່ງເພິ່ນສະຫງວນໄວ້ສະເພາະສາສະໜາກິດຂອງພະພິຂຸສົງໃຊ່ເປັນສະຖານທີ່ສູດປະຕິໂມກ
ແລະໃນພິທີບວດເທົ່ານັ້ນ ພາຍໃນສິມເປັນແບບຫ້ອງໂຖງດ່ຽວທາງນອກອ້ອມຮອບດ້ວຍລະບຽງຍົກພື້ນຕ່ຳ
ແລະ ໃບເສມາປັກເພື່ອກຳນົດເຂດສັກສິດຢູ່ເພດານສິມມີດອກບົວຫ້ອຍປະດັບເຊິງແກະສະຫຼັກດ້ວຍໄມ້ສັກແລະມີຮູບແຕ້ມຕິດຢູ່ຕາມຝາຜະໜັງ
ເຊິ່ງມັນບອກເລົ່າເຖິງນິທານຊາດົກ ເລື່ອງພະລະສັງຂະຫຍາ ເຊິ່ງມີເຈົ້າຊາຍໂບກຂະລະພັດ ແລະ
ວິວເສດເປັນຕົວລະຄອນເອກ ແຕ່ຕາມຝາກົມມະລຽນແມ່ນເລື່ອງ ກາລະເກດ ແລະ ມ້າມະນີກກາບ
ຮູບແຕ້ມຝາຜະໜັງເຫຼົ່ານີ້ແມ່ນຖືກແຕ້ມດ້ວຍສີທຳມມະຊາດປະສົມກັບກາວບູຮານລົງເທິງຜິວພື້ນທີ່ແຫ້ງດີ.
ຮູບແຕ້ມເຫຼົ່ານີ້ເປັນສິ່່ງທີ່ດຶງດູດໃຈຫຼາຍສຳຫຼັບນັກທ່ອງທ່ຽວໂດຍສະເພາະແມ່ນຊາວຕ່າງຊາດທີ່ພວກເຂົາບໍ່ເຄີຍເປັນມາກ່ອນ.
2. ຫໍໄຕ: ແມ່ນຫໍສະໝຸດຮັກສາໜັງສືຜູກໃບລານທີ່ຈາລຶກຫຼັກພະທຳຄຳສອນຂອງພະສຳມາສຳພຸດທະເຈົ້າ,
ບັນດາພະໄຕປີດົກໄດ້ເກັບມ້ຽນພາໃນຕູ້ຄຳພີໄມ່ຂະນາດໃຫຍ່ຕັ້ງງຢູ່ໃຈກາງຫໍໄຕ.
ຫໍໄຕຫໍນີ້ສ້າງດ້ວຍໄມ້ເນື້ອດີມີລັກສະນະຄືເຮືອນຮ້ານ ແຕ່ປະຈຸບັນດ້ານລຸ່ມກໍດ້ວຍດິນຈີ່
ມີຂັ້ນໃດຂຶ້ນລົງ. ຫໍໄຕເປັນຈຸດໜຶ່ງທີ່ໜ້າສົນໃຈສຳຫຼັບນັກທ່ອງທ່ຽວເພາະຫໍໄຕວັດສີສະເກດເປັນໜຶ່່ງໃນສິລະປະການກໍ່ສ້າງ
ການຄວັດລວດລາຍເປັນສີມືຊັ້ນຍອດຂອງນາຍຊ່າງລາວທີ່ມີຊື່ສຽໄປທົ່ວໂລກ,
ດັ່ງນັ້ນຫໍໄຕຈຶ່ງເປັນຈຸດສົນໃຈຂອງນັກທ່ອງທ່ຽວເມື່ອຍ່າງເຂົ້າໄປໃນຮົ່ວຮູບ:ຫໍໄຕ
ພາຍໃນວັດສີສະເກດຍັງມີບ່ອນທີ່ໜ້າສົນໃຈຫຼາຍບ່ອນເຊັ່ນ:
ກຸຕິ, ພະທາດ, ກົມມະລຽນ, ສີລາຈາລຶກ, ເຮືອນໄມ້ຫະຖິ ເຈົ້າເພັດຊະລາດ ແລະ ອື່ນໆ.
ຮູບ: ກຸຕິ
ຮູບ: ສິລາຈາລຶກ
ຮູບ: ກົມມະລຽນ
ຮູບ: ກຸຕິ
ຮູບ: ສິລາຈາລຶກ
ຮູບ: ກົມມະລຽນ
ຮູບ: ເຮືອນໄມ້ຫະຖິ ເຈົ້າເພັດຊະລາດ
ວັດສີສະເກດເປັນສະຖານທີ່ສັກສິດມີຜູ້ຄົນເຂົ້າໄປທ່ຽວຊົມຢ່າງບໍ່ຂາດສາຍໂດຍສະເພາະແມມ່ນຄົນຕ່າງຊາດທີ່ພວກເຂົາມີຄວາມສົນໃຈໃນສິລະປະລາວສະໄໝກ່ອນ,
ໃນແຕ່ລະມື້ຈະມີຄົນຕ່າງຊາດເຂົ້າໄປທ່ຽວຊົມເຊັ່ນ: ຄົນຈີນ, ຍີ່ປຸ່ນ, ຝຣັ່ງ,
ໄທ...ເຊິ່ງວັດສີສະເກດກໍຮັບຮອງໄດ້ເປັນຢາງດີ.
IV.
ການເຂົ້າເຖິງ.
ວັດສີສະເກດແມ່ນມີເສັ້ນທາງເຂົ້າເຖີງສະດວກສະບາຍ ເພາະຕັ້ງຢູ່ຖະໜົນຄົບກັນລະຫວ່າງໄຊເສດຖາທິລາດກັບຖະນົນລ້ານຊ້າງ
ຕັ້ງງຢູ່ຈຸດໃຈກາງເຊິ່ງເປັນສູນລວມສາມາດຊົມທ່ຽວໄດ້ງ່າຍ. ເປີດໃຫ້ບໍລິກນທຸກມື້້ ຕອນເຊົ້າແມ່ນເປີດແຕ່ 8:00
ໂມງ ຫາ 12:00 ໂມງ ສ່ວນຕອນແລງແມ່ນ 1:00 ໂມງ ຫາ 4:00 ໂມງ.
V.
ການໃຫ້ບໍລິການ.
ວັດສີສະເກດມີການໃຫ້ບໍລິການຫຼາຍເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວບໍ່ວ່າຈະເປັນບ່ອນຈອດລົດ,
ຮ້ານກິນດືມ, ຮ້ານຂາຍສິນຄ້າທີ່ລະນຶກ,ຫ້ອງນ້ຳ.ນອກນີ້ຍັງມີບໍລິການສິ້ນໃຫ້ແການັກທ່ອງທ່ຽວຜູ້ຍິງທີ່ຈະເຂົ້າເບິ່ງຄວາມສວຍງາມພາຍໃນວັດ.
ສ່ວນການເກັບປີ້ເຂົ້າເບິ່ງພາຍໃນວັດແມ່ນຄົນລາວຈະເກັບ 2000 ກີບຕໍ່ຄົນ, ຄົນຕ່າງຊາດ
5000 ຕໍ່ຄົນ ສຳຫຼັບນັກຮຽນນັກສຶກສາແມ່ນບໍ່ໄດ້ເສຍ.
x
ປີທີ່ຖືກສະຫຍາມເຂົ້າມາທຳລາຍມ້າງເພ ຂຽນບໍ່ຖືກ 1827 ບໍ່ແມ່ນ 1927
ReplyDelete