ນໍ້າຕົກຕາດຟານ







ລັກສະນະທີ່ຕັ້ງຂອງນໍ້າຕົກຕາດຟານ.
ນ້ຳຕົກຕາດຟານ ທີ່ຕັ້ງຢູ່:ເສັ້ນທາງເລກທີ13ເສັ້ນທາງໄປປາກຊ່ອງມາເຖີງຫຼັກກິໂລ 38 ທາງແຍກເຂົ້າຂວາມືຂຽນວ່າຕາດຟານເປັນນ້ຳຕົກ ທີ່ສູງທີ່ສຸດໃນແຂວງຈຳປາສັກ ເອີ້ນຢ່າງໜຶ່ງວ່ານ້ຳຕົກດົງຫົວສາວຈຸດເດັ່ນຢູ່ທີ່ນ້ຳ 2 ສາຍໄຫຼຈາກໜ້າຜາສູງ 120 ແມັດ ໂດຍສາຍນ້ຳທາງຊາຍມື ໄຫຼມາຈາກຫ້ວຍຜັກກູດແລະຂວາມືເປັນສາຍນ້ຳທີ່ໄຫຼມາຈາກອຸດທະຍານແຫ່ງຊາດຈາກດົງຫົວສາວຈຸດຊົມວິວຕັ້ງຢູ່ຄົນລະຟາກກັບນ້ຳຕົກໃນລະດັບຄວາມສູງເທົ່າກັນ ຈາກບ່ອນນີ້ສາມາດຊົມວິວນ້ຳຕົກໃນມຸ່ມສູງເຫັນຢ່າງຊັດເຈນ ໃນຍາມເຊົ້າເປັນຈຸດຊົມທະເລໝອກທີ່ສວຍງາມອີກດ້ວຍ  ແຕ່ສຳລັບນັກທ່ອງທ່ຽວທີ່ຕ້ອງການສຳພັດກັບຄວາມຍີງໃຫ່ຍຂອງນ້ຳຕົກແຫ່ງນີ້ ສາມາດເດີນລົງໄປຊົມນ້ຳຕົກບໍລິເວນດ້ານລຸ່ມໃດ້ໄລຍະທາງ ປະມານ 5 ກິໂລ ແມັດຈາກຈຸດຊົມວິວດ້ານເທີງໃຊ້ເວລາເດີນຄ້ອນຂ້າງນານຕ້ອງຕຽມອາຫານ ແລະ ອຸປະກອນກາງເຕັ້ນໄປເອງເພື່ອພັກແຮມ ບໍລິເວນດ້ານລຸ່ມໜຶ່ງຄືນ ແລະ ເດີນກັບໃນເຊົ້າວັນໃໝ່ແນະນຳເຈົ້າໜ້າທີ່ບໍລິເວນນ້ຳຕົກເພຶ່ອສອບຖາມຂໍ່ມູນກ່ຽວກັບເສັ້ນທາງ ແລະ ຕຽມຕົວເພື່ອຄວາມປອດໄພ ສ່ວນນັກທ່ອງທ່ຽວທີ່ຕ້ອງການຄວາມສະດວກສະບາຍສາມາດລົດເລືອກໃຊ້ບໍລິການທີ່ພັກຕ່າງໆ
"ນ້ຳ​ຕົກ​ຕາດ​ຟານ ນ້ຳ​ຕົກ​ຝາ​ແຝດ ແຫ່ງດົງ​ຫົວ​ສາວ ທີ່ສູງ​ທີ່ສຸດຂອງລາວ ທ່າມ​ກາງ ແລະ ແວດ​ລ້ອມ ຫຸບເຂົາ ປ່າທຳມະຊາດ"

ນ້ຳ​ຕົກ​ຕາດ​ຟານ (ຕາດ ຄື ນ້ຳ​ຕົກຟານ ຄື ຊື່​ຂອງ ສັດ​ປ່າ​ຊະນິດ​ໜຶ່ງ ) ນ້ຳ​ຕົກ​ຕາດ​ຟານ ຫລື ຮຽກອີກ ຊື່​ໜຶ່ງ​ວ່າ ນ້ຳ​ຕົກຕາດດົງ​ຫົວ​ສາວ ນ້ຳ​ຕົກ​ຕາດ​ຟານແຫ່ງ​ນີ້​ເປັນນ້ຳ​ຕົກຕາດ ທີ່​ສູງ​ທີ່ສຸດຂອງປະເທດ​ລາວ ຊຶ່ງ​ເປັນນ້ຳ​ຕົກຕາດທີ່​ມີ​ຄວາມ​ສູງ ປະ​ມານ 200 ແມັດ ບັນ​ຍາກ​າດໂດຍ​ຮອບ ຂອບນ້ຳ​ຕົກ​ຕາດ​ຟານ ເປັນ​ສະພາບ​ອາ​ກາດ​ຊຸ່ມ​ຊື່ນ ໜາວ​ເຢັນ​ຕະຫລອດ​ປີ ເປັນ​ເສັ້ນ​ທາງ​ສູ່ ເມືອງ​ປາກ​ຊ່ອງ ເມືອງ​ແຫ່ງ​ຂຸນ​ເຂົາ​ ແລະ ສວນກາ​ເຟ ເປັນພືດ​ເສດຖະກິດ ທີ່​ສົ່ງ​ອອກ​ຂອງ​ປະເທດ ນ້ຳ​ຕົກ​ຕາດ​ຟານເປັນນ້ຳ​ຕົກຕາດທີ່ເກີດ​ຈາກການ​ໄຫລ​ມາ​ລວມ​ກັນ ຂອງ​ສາຍ​ນ້ຳ ຂອງ ພູເຂົາ 2 ໜ່ວຍ ຊຶ່ງ​ໄຫລຕະຫລອດ​ໝົດ​ປີ ອ້ອມຮອບນ້ຳ​ຕົກ​ຕາດ​ຟານ ຈະ​ເຕັມ​ໄປ​ດ້ວຍປ່າ​ໄມ້ ນານາ​ພັນ ອັນ​ສົມບູນ ຂຽວ​ຂະ​ຈີ ອັນ​ສວຍ​ສົດ​ງົດ​ງາມຂອງ​ທຳມະຊາດ ລຳ​ເນົາ​ໄພເປັນ​ສະ​ເໜ່ ປ່າ​ພວກເຂົາທຳມະຊາດຕໍ່ແຂກ​ຜູ້​ມາຢ້ຽມຢາມ ໄດ້​ຊື່ນ​ຊົມ ແລະ ພາຍ​ໃນ​ບໍລິເວນ​ດັ່ງ​ກ່າວ ຍັງມີຕາດ​ຟານ​ຣີ​ສອດ ​ໃກ້​ຊິດ​ຕິດ​ຂອບນ້ຳ​ຕົກ​ຕາດ​ຟານ ລ້ອມ​ຮອບ​ໄວ້​ສຳລັບ​ທ່ານ​ທີ່​ມັກສະຖານ​ທີ່​ພັກ​ຜ່ອນ ແບບ​ຣີ​ສອດທຳມະຊາດລາວ​ໃຕ້ ເມືອງ​ປາກ​ຊ່ອງ ທີ່ຕິດ​ທຳມະຊາດນັ້ນ​ຄືຕາດ​ຟານຣີສອດ. ອີກໜຶ່ງຣີສອດ ທີ່ທ່ານ​ພັກ​ແລ້ວ ຈະ​ບໍ່​ຜິດ​ຫວັງກັບ ຣີ​ສອດທີ່ແວດ​ລ້ອມທຳມະຊາດນ້ຳ​ຕົກປ່າ​ພູເຂົາລຳ​ເນົາ​ 
ປະຫວັດຄວາມເປັນມາຂອງນໍ້າຕົກຕາດຟານ 
ກໍາເນີດມາຈາກສາຍຫ້ວຍບັ້ງລຽງ ແລະ ຫ້ວຍຈິບ ຕັ້ງຢູ່ເຂດບ້ານຫຼັກ 38 ກຸ່ມ 3 ເມືອງປາກຊ່ອງ,ແຂວງຈຳປາສັກ, ຫ່າງຈາກຕົວເມືອງປາກຊ່ອງ ໄປທາງທິດຕາເວັນອອກ ປະມານ 12 ກິໂລແມັດ, ມີເດີ່ນຮາບພຽງເນື້ອທີ່ 3.250 ຕາແມັດ ແລະ ມີສາລາຮ້າງ 1 ຫຼັງ (ເຮັດດ້ວຍໄມ້) ແລະ ມີເນື້ອທີ່ສະຫງວນທັງໜົດ 16 ເຮັກຕາ, ກັບ 3.250 ຕາແມັດຕາດຟານ  ໄດ້ໃຊ້ເປັນແຫຼ່ງທ່ອງທ່ຽວມາແຕ່ກ່ອນການປົດປ່ອຍ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງບ້ານດັ່ງກ່າວ. 
ໃນແຕ່ລະປີ ເມື່ອຮອດເດືອນ 3 ປະຊາຊົນໃນບ້ານດັ່ງກ່າວ ເຄີຍຈັດບຸນສະຫຼອງ ຫຼື ບຸນນະມັດສະການປະຈຳປີຂຶ້ນ ເພື່ອບວງສວງສິ່ງສັກສິດໃນບໍ່ລິເວນຕາດຟານ (ຕາມຄວາມເຊື່ອຂອງປະຊາຊົນ) ຕາດຟານ ຕັ້ງຢູ່ທິດໃຕ້ຂອງບ້ານຫຼັກ 38 ໄລຍະຫ່າງປະມານ 1 ກິໂລແມັດ, ສາມາດນຳພາຫະນະເຂົ້າ-ອອກ, ໄດ້ຢ່າງສະດວກສະບາຍ, ຕາດແຫ່ງນີ້ນອນໃນປ່າປ້ອງກັນ ກັບແຫຼ່ງນ້ຳ 2.415 ເຮັກຕາ, ເປັນຕາດສູງຊັນປະມານ 120 ແມັດ,ລັກສະນະເປັນນ້ຳສອງສາຍຄື: ສາຍຫ້ວຍບັງລຽງ ແລະ ສາຍຫ້ວຍຈິບຕົກໃສ່ຫ້ວຍດຽວກັນບາງບ່ອນກໍ່ເປັນສວນກະເຟໝາກແໜ່ງຂອງປະຊາຊົນບ້ານຫຼັກ 40 ນັບແຕ່ປາກນ້ຳຕົກຕາດລົງມາສອງຟາກຝັ່ງ ຍັງເປັນປ່າໄມ້ກົມໄມ້ປ່ອງ ເປັນປ່າເຫວຊັນ ຂື້ນ-ລົງຍາກ, ສ່ວນບ່ອນທີ່ເປັນເນີນ
ແລະ ບ່ອນທີ່ເປັນຮາບພຽງ ກໍ່ເປັນສວນກະເຟ, ໝາກແໜ່ງ ຂອງປະຊາຊົນບ້ານຫຼັກ 38 ແລະ ບ້ານຫຼັກ 40. ເອີ້ນຕາດຟານ ກໍ່ຍ້ອນວ່າ: ໃນເມື່ອກ່ອນ ເວົ້າລວມ ປະເພດສັດປ່າ; ຟານ ແມ່ນຫຼາຍກ່ວາສັດອື່ນ, ມັນໄດ້ທ່ຽວຊອກຫາກີນ ແລະ ໄດ້ໄລ່ຢອກກັນຫຼິ້ນ ຂ້າມໄປ - ມາ ຕາມຫ້ວຍບັງລຽງຫາຫ້ວຍຈິບ (ເບື້ອງຫົວຕາດ) ມີມື້ໜຶ່ງ ເກິີດມີຝົນຕົກແຮງ ເຮັດໃຫ້ນ້ຳໃນຫ້ວຍຫຼາຍ ແລະ ໄຫຼແຮງ, ແຕ່ຟານ ຍັງຂ້າມໄປມາໃນສາຍຫ້ວຍດັ່ງກ່າວດ້ວຍຄວາມຂາດສະຕິ ຟານໂຕໜຶ່ງ ຖືກນ້ຳພັດຕົກລົງຕາດ ຫົວຟາດໃສ່ກ້ອນຫີນ ແລະ ຕາຍໃນເຂດຕາດແຫ່ງນີ້ເມື່ອລະດູໃບໄມ້ປົ່ງນັບແຕ່ມື້ນັ້ນມາ ຊາວ
ບ້ານຫຼັກ 38 (ບ້ານຜັກກູດແກ້ວສິງຄຳໃນເມື່ອກ່ອນ) ກໍ່ຄື: ປະຊາຊົນໃນເຂດດັ່ງກ່າວ ຈຶ່ງພາກັນໃສຊື່ ແລະ ເອີ້ນຕາດນີ້ວ່າ "ຕາດຟານ" ຈົນເທົ່າທຸກວັນນີ້.
      ຕາດຟານເເຫ່ງນີ້ເເມ່ນມີຄວາມກ່ຽວພັນ ເເລະ ຕິດພັນກັບຊາວບ້ານ ຫຼັກ 38 ມາໂດຍຕະຫຼອດ ເພາະສະຖານທີ່ຕາດຟານດັ່ງກ່າວເເມ່ນເປັນສະຖານທີ່ຢູ່ ຫລື ການຊອກ ການທຳມາຫາກີນຂອງຊາວບ້ານ. ນອກຈາກນີ້ ນັກທ່ອງທ່ຽວທາງພາຍໃນ ເເລະ ຕ່າງປະເທດຍັງໃຫ້ຄວາມສຳຄັນໃນຕາດດັ່ງກ່າວເພາະເປັນຕາດທີ່ມີຄສາມສັກສິດ ເເລະ ສວຍງາມ ທີ່ຫາຢູ່ໃສ່ບໍ່ໄດ້ເເລ້ວ. ຕາມຄວາມເປັນຈຈິ່ງເເລ້ວ ຍ້ອນມີສະຖານທີ່ທ່ອງທ່ຽວທີ່ສວຍງາມເເຫ່ງນີ້ ມັນຈຶ່ງເປັນສາເຫດອັນເຮັດໃຫ້ເກີດມີຄວາມຕິິດພັນ ຕໍ່ກັບຊາວບ້ານ ເເລະ ໂດຍສະເພາະກໍ່ຄື ຕໍ່ກັບນັກທ່ອງທ່ຽວນັ້ນເອງ. ເຊັ່ນ: ການປົກປັກຮັກສາຊ່ວຍກັນ, ການໃຫ້ຄວາມສາມະຄີຊາວບ້ານຕໍ່ກັບນັກທ່ອງທ່ຽວ.
 ການສ້າງກິດຈະກໍາ
ພາຍໃນແຫຼ່ງທ່ອງທ່ຽວນໍ້າຕົກຕາດຟານແມ່ນມີການສ້າງກິດຈະກໍາຫຼາຍຢ່າງ ທີ່ມີຄວາມຕື່ນເຕັ້ນ,ທ້າທາຍແລະແປກໃໝ່ເຊັ່ນ:
- ການຍ່າງປ່າ: ແມ່ນເພື່ອທ່ຽວຊົມທໍາມະຊາດ,ສັດປ່ານາໆຊະນິດ ແລະ ເພື່ອສໍາຜັດກັບນໍ້າຕົກຕາດແບບໃກ້ຊິດເຊິ່ງປະກອບມີ 2 ແບບຄື: ການຍ່າງປ່າເພື່ອໄປສໍາຜັດກັບຈຸດເທິງສຸດຂອງນໍ້າຕົກຕາດ ແລະ ການຍ່າງປ່າເພື່ອໄປສໍາຜັດແບບໃກ້ຊິດກັບຈຸດທີ່ນໍ້າຕົກລົງເຊິ່ງທັງສອງແບບນີ້ ແມ່ນໃຊ້ເວລາໃນການຍ່າງປະມານເຄິ່ງມື້ເພາະຕ້ອງໄດ້ຍ່າງອ້ອມເພື່ອຄວາມປອດໄພ ຂອງນັກທ່ອງທ່ຽວສະນັ້ນຕ້ອງໄດ້ກຽມອາຫານ,ນໍ້າດື່ມແລະອຸປະກອນສໍາລັບນອນໄປເອງ ເພື່ອພັກແຮມ 1 ຄືນຫຼັງຈາກນັ້ນກໍ່ເດີນທາງກັບໃນເຊົ້າມື້ຕໍ່ມາແຕ່ວ່າກ່ອນຈະເດີນທາງ ແມ່ນມີພະນັກງານໃຫ້ຂໍ້ມູນແລະກົດລະບຽບໄປສຶກສາຢ່າງລະອຽດ ເຊິ່ງຄ່າສໍາລັບການຍ່າງປ່າແມ່ນ20$/ຄົນ.
- ການຂີ່ສະລິງພ້ອມດື່ມກາເຟແມ່ນໄດ້ເລີ່ມຈັດກິດຈະກໍານີ້ໃນເດືອນມີຖຸນີປິ 2016 ເປັນຕົ້ນມາໂດຍໃຫ້ບໍລິການດື່ມນ້ຳຊາຫຼືກາເຟແບບຫວາດສຽວທາມກາງສາຍສະລິງ ມີທັງໂຕະກາເຟຢູ່ທາມກາງທຳມະຊາດແລະ ບັນຍາກາດຄວາມສວຍງາມ ຂອງນ້ຳຕົກຕາດຟານເຊິ່ງເຮັດໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບຄວາມຕື່ນເຕັ້ນ, ຄວາມຫວາດສຽວແລະທ້າທາຍໃນສິ່ງແປກໃຫມ່ຢູ່ເທິງຈຸດສູງທີ່ສຸດເໜືອນໍ້າຕົກຕາດຟານ ເຊິ່ງແຫຼ່ງທ່ອງທ່ຽວນີ້ເປັນແຫຼ່ງທ່ອງທ່ຽວດຽວໃນລາວທີ່ມີການຈັດກິດຈະກໍາແບບນີ້.ໃນນີ້ ສາຍສະລິງມີທັງໝໝົດ4ເສັ້ນທີ່ມີຄວາມຍາວລວມປະມານ2ກິໂລແມັດເຊິ່ງຂີ່ປະມານ 30 ນາທີແລະຄ່າບໍລິການສໍາລັບຂີ່ສະລິງແມ່ນ 40$/ຄົນ ແລະ ຄ່າກາເຟແມ່ນ40$/ຈອກ.
- ໃນແຕ່ລະປີເມື່ອຮອດເດືອນ 3 ໃນບ້ານດັ່ງກ່າວເຄີຍຈັດບຸນສະຫຼອງຫຼື ບຸນນະມັດສະການປະຈຳປີຂຶ້ນເພື່ອບວງສວງສິ່ງສັກສິດໃນບໍ່ລິເວນຕາດຟານ (ຕາມຄວາມເຊື່ອຂອງປະຊາຊົນ) ຕາດຟານຕັ້ງຢູ່ທິດໃຕ້ຂອງບ້ານຫຼັກ 38ໄລຍະຫ່າງປະມານ 1ກິໂລແມັດ, ສາມາດນຳພາຫະນະເຂົ້າ-ອອກ, ໄດ້ຢ່າງສະດວກສະບາຍ. ນອກຈາກນີ້ຍັງມີການສ້າງກິດຈະກຳ ແລະ ການຈັດ promotion ຕາມມື້ສໍາຄັນຕ່າງໆຂອງປີເຊັ່ນ:ວັນປີໃໝ່ສາກົນ, ວັນChristmas ແລະ ວັນສໍາຄັນອື່ນໆຂອງທົ່ວໂລກ.
 ສິ່ງອໍານວຍຄວາມສະດວກ
ພາຍໃນແຫຼ່ງທ່ອງທ່ຽວນໍ້າຕົກຕາດຟານ ແມ່ນປະກອບດ້ວຍສິ່ງອໍານວຍຄວາມສະດວກທີ່ຫຼາກຫຼາຍເຊັ່ນ:
- ຮ້ານອາຫານພ້ອມຈຸດຊົມວິວ: ເໝາະສໍາລັບນັກທ່ອງທ່ຽວທີ່ຕ້ອງການຖ່ຍຮູບຄວາມສວຍງາມຂອງນໍ້າຕົກຕາດ,ພັກຜ່ອນ ນັ່ງກິນອາຫານແລະດື່ມເຄື່ອງດື່ມທີ່ເປັນເອກະລັກຂອງທາງພາກໃຕ້ ພ້ອມກັບຊົມທິວທັດທໍາມະຊາດທີ່ສວຍສົດງົດງາມ.ເຊິ່ງໃນປະຈຸບັນກໍາລັງມີການກໍ່ສ້າງເພີ່ມເຕີມ ເພື່ອຕອບສະໜອງກັບຈໍານວນນັກທ່ອງທ່ຽວທີ່ເພີ່ມຫຼາຍຂື້ນ.
- ຣີສອດ:ແມ່ນມີຕາດ ຟານ ຣີສອດ ທີ່ຢູ່ໃກ້ຊິດຕິດຂອບນ້ຳຕົກຕາດຟານເປັນຣີສອດໃນຮູບແບບພື້ນເມືອງລາວ ເຊິ່ງໃນປະຈຸປັນປະກອບມີຣີສອດຢູ່ 8 ຫຼັງ, ອອກເປັນ3ປະເພດຄື: ຣີສອດແບບຕຽງຄູ່ - ຕຽງດ່ຽວລາຄາ 35$/ຄືນ,ຣີສອດແບບຄອບຄົວລາຄາ 45$/ຄືນ ແລະ ຣີສອດແບບ VIPລາຄາ 50$/ຄືນເຊິ່ງປະກອບມີສິງອໍານວຍຄວາມສະດວກທີ່ຫຼາກຫຼາຍເຊິ່ງຖືໄດ້ວ່າເປັນອີກໜຶ່ງຣີສອດ ທີ່ທ່ານ ພັກ ແລ້ວຈະ ບໍ່ຜິດ ຫວັງ.
- ຮ້ານຂາຍສິນຄ້ານທີ່ລະນຶກ:ທຸລະກິດສິນຄ້າທີ່ລະນຶກ:ປະກອບມີເສື້ອຜ້າແລະຂອງທີ່ລະນຶກ ທີ່ເປັນເອກະລັກທາງພາກໃຕ້ຂອງລາວມີທັງໝົດ10ຮ້ານ ເຊິ່ງເປັນການເຮັດໃຫ້ປະຊາຊົນມີສ່ວນຮ່ວມໃນການສ້າງລາຍໄດ້ແລະ ສໍາລັບລາຄາເຊົ່າຮ້ານແມ່ນປະມານ 1,200,000 ກີບຕໍ່ເດືອນ.
- ສະຖານທີ່ຈອດລົດ: ມີສະຖານທີ່ຈອດລົດຈັກແລະລົດໃຫຍ່ທີ່ມີຂະໜາດກ້ວາງຂວາງ
- ຫ້ອງນໍ້າ: ມີຄວາມສະອາດ ແລະ ການແບ່ງຫ້ອງນໍ້າຍິງ - ຊາຍ
- ບ່ອນຖິ້ມຂີ້ເຫຍື້ອ: ມີຫຼາຍຈຸດ ສໍາລັບການຖິ້ມຂີ້ເຫຍື້ອຢ່າງຖືກຕ້ອງ ແລະ ບໍ່ເປັນການທໍາລາຍທຳມະຊາດ
- ຕັ່ງແລະຕູບນັ່ງຫຼິ້ນ: ສໍາລັບນັກທ່ອງທ່ຽວທີ່ຕ້ອງການນັ່ງພັກຜ່ອນຫຼັງອິດເມື່ອຍ ຈາກການທ່ຽວຊົມນໍ້າຕົກຕາດ





Comments