ນໍ້າຕົກຕາດຄອນພະເພງ


  I.                                                                                             
 ຕົກ                      ນໍ້າຕົກຕາດຄອນພະເພັງ







ຮູບພາບ: ນໍ້າຕົກຕາດຄອນພະເພັງ.



1.ທີ່ຕັ້ງນໍ້າຕົກຕາດຄອນພະເພັງ.

  ນໍ້າຕົກຕາດຄອນພະເພັງ ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ໃກ້ແຄມທາງເລກທີ13ໃຕ້ ຫ່າງຈາກຊາຍແດນກໍາປູເຈຍປະມານ 13ກິໂລແມັດ ແລະ ຫ່າງຈາກຕົວເມືອງ 163ກິໂລແມັດ.

2. ປະຫວັດຄວາມເປັນມານໍ້າຕົກຕາດຄອນພະເພັງ.

  ຕາມຄໍາເລົ່າຂານຂອງປະຊາຊົນເຂດນັ້ນໄດ້ເລົ່າວ່າ: ຄໍາວ່າຄອນແມ່ນໄດ້ມາຈາກນໍ້າຂອງທີ່ໄຫຼ່ຜ່ານດອນຄອນ ກ່ອນຈະມາເຖິງນໍ້າຕົກຕາດແຫ່ງນີ້, ສ່ວນຄໍາວ່າເພັງ ແມ່ນໄດ້ມາຈາກປະກົດການທໍາມະຊາດ ເຊິ່ງຊາວບ້ານບອກວ່າ ສຽງຂອງນໍ້າຕົກລົງສະຖານທີ່ສູງຊັນລົ່ງສູ່ກົ້ນເຫວ ຈຶ່ງເກີດສຽງດັງປະສົມປະສານກັບຟອງນໍ້າທີ່ກະທົບໃສ່ຕາຝັ່ງຫີນ ແລະ ເກີດມີສຽງຄ້າຍຄືກັບສຽງເພັງສະນັ້ນຈຶ່ງໄດ້ຊື່ວ່າ: ຄອນພະເພັງ ຈົນມາເຖິງປັດຈຸັນນີ້.

3. ລັກສະນະເດັ່ນນໍ້າຕົກຕາດຄອນພະເພັງ.

  ນໍ້າຕົກຕາດຄອນພະເພັງ ເປັນນໍ້າຕົກຕາດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ), ແມ່ນໜຶ່ງໃນຈໍານວນນໍ້າຕົກຕາດຂອງສາຍພູເຫຼັກອັນຍາວຢຽດ ຂະໜານຕາມລໍານໍ້າຂອງຕອນໃຕ້ຂອງລາວເຊິ່ງນອນຢູ່ໃນດິນແດນເຂດມະຫານະທີສີພັນດອນ ທີ່ຍາວເຖິງ 15 ກິໂລແມັດ. ຄອນພະເພັງມີຄວາມສູງ 21ແມັດ, ເຊິ່ງມີຄວາມງົດງາມໜ້າອັດສະຈັນໃຈຍາກທີ່ຈະຫາບ່ອນອື່ນໃດມາປຽບປານ ຈົນໄດ້ຮັບການຂະໜານນາມ ວ່າເປັນ ໄຂ່ມຸກແຫ່ງແມ່ນໍ້າຂອງ ເຊິ່ງໃນລະດູຝົນຂອງທຸກໆປີ ຄອນພະເພັງຈະມີປະລິມານນໍ້າຫຼາຍ,ກະແສນໍ້າໄຫຼ່ແຮງຄົດລ້ຽວ. ຄອນພະເພັງເຕັມໄປດ້ວຍໂງ່ນຫີນທີ່ຢັ່ງຢາຍກັນໄປ ແລະ ມີສຽງດັງຄຶກຄື້ນມ່ວນຊື່ນ, ອອນຊອນໃຈ ສ້າງຄວາມຕື່ນຕາທີ່ນ່າປະທັບໃຈໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ສົມກັບທີ່ຖືກຂະໜານນາມວ່າເປັນໄຂ່ມຸກແຫ່ງເເມ່ນໍ້າຂອງ.


 




ຮູບພາບ: ນໍ້າຕົກຕາດຄອນພະເພັງ.



 ນອກຈາກຄວາມສວຍງາມ ແລະ ຄວາມອະລັງການແລ້ວ ອີກສິ່ງໜຶອ່ງທີ່ສໍາຄັນ ແລະ ຢູ່ຄູ່ນໍ້າຕົກຕາດຄອນພະເພັງແຫ່ງນີ້ມາຍາວນານກໍຄື ຕົ້ນໄມ້ມະນີໂຄດ ເປັນຕົ້ນໄມ້ສັກສິດ ໜຶ່ງດຽວໃນໂລກ ທີ່ເກີດຄຽງຄູ່ນໍ້າຕົກຕາດຄອນພະເພັງເກີດຂຶ້ນຢູ່ເທິງດອນ ຕັ້ງຜະຫງາດສະຫງ່າກາງນໍ້າຕົກ ໂດຍມີລັກສະນະພິເສດ ເອົາຮາກຂຶ້ນຟ້າ ເອົາປາຍລົງດິນລັກສະນະພິເສດທີ່ເດັ່ນສະເພາະແມ່ນມີຫງ່າ3ຫງ່າຊີ້ໄປທາງທິດຕາເວັນອອກ, ທິດເໜືອ ແລະ ທິດໃຕ້. ເປັນເວລາເກືອບ 2000ປີ ໃທ່າມກາງນໍ້າທີ່ສາດກະທົບໃສ່ກ້ອນຫີນ ແລະ ຮາກຢ່າງບໍ່ລົດຖອຍໃນທຸກໆວິນາທີນັ້ນ ກໍຍັງບໍ່ສາມາດເຮັດໃໃຫ້ຕົ້ນໄມ້ມະນີໂຄດທີ່ຢຶດເອົາກ້ອນຫີນນັ້ນລົ້ມຕາຍຫາຍໂຕນຄອນເລີຍ.
 ຕົ້ນໄມ້ມະນີໂຄດເປັນ ມິ່ງຂວັນຂອງປວງຊົນລາວ ເປັນຕົ້ນໄມ້ຄູ່ບ້ານຄູ່ເມືອງຂອງຊາວເມືອງໂຂງ ກໍຄື ຊາວສີ່ພັນດອນ, ຄົນລາວຖືເອົາຕົ້ນໄມ້ນີ້ເປັນຕົ້ນໄມ້ສັກສິດທີ່ກໍາເນີດ ແລະ ທໍາລາຍລ້າງໃນເວລາດຽວກັນ. ປະຫວັດທີ່ເລົ່າຂານສືບທອດກັນມາຍາວນານວ່າກັນວ່າເປັນ ຕົ້ນຊີ້ຕາຍ ປາຍຊີ້ປັນ
 ລໍາຕົ້ນສາມາດເສກໃຫ້ສິ່ງທີ່ມີຊີວິດຕາຍ ແລະ ຍອດປາຍມີລິດເດດສາມາດເສກໃຫ້ຄືນຊີບໄດ້. ສິ່ງທີ່ຍັງຍັງປາກົດໃຫ້ເຫັນເລີ່ມແຕ່ທ້າຍເດືອນ ຕຸລາ - ມີນາ ຂອງທຸກໆປີກໍຄື: ທຸກໆວັນສິນ ຈະມີຝູງນົກກະຍາງຂາວມາພັກເຊົາ ແລະ ຈັບກິ່ງ ກ້ານ ຕົ້ນໄມ້ມະນີໂຄດເປັນໝື່ນໆໂຕ, ສ່ວນວັນທໍາມະດາຈະມີການໍ້າມາບິນວຽນ ໂດຍບິນວຽນເປັນວົງກົມອ້ອມຕົ້ນມະນີໂຄດ 2-3ຄັ້ງ ກ່ອນລົງຈັບກິ່ງກ້ານຕົ້ນໄມ້ມະນີໂຄດ ການບິນ 2-3ຮອບນັ້ນ ລັກສະນະໃຫ້ຄວາມເຄົາລົບແກ່ຕົ້ນໄມ້ ຖ້າປຽຍທຽບໃສ່ຄົນລາວແມ່ນການນົບກາບສາມເທື່ອເພື່ອບູຊາສິ່ງສັກສິດກໍຄື: ພະພຸດ, ພະທໍາ, ພະສົງ. ບູຮານຕະການໄດ້ກ່າວວ່າ: ມີແຕ່ຜູ້ມີບຸນມີວາດສະໜາເທົ່ານັ້ນທີ່ຈະໄດ້ເຫັນຕົ້ນໄມ້ມະນີໂຄດ, ຕົ້ນໄມ້ມະນີໂຄດຍັງມີ3ໝາກ ຜູ້ໃດຫາກຮັບປະທານແລ້ວກໍຈະມີປະຕິກິລິຍານານາປະການ, ເມື່ອໄດ້ຮັບປະທານໝາກຢູ່ຫງ່າທີ່ຊີ້ໄປທາງທິດເໜືອແລ້ວຈະກາຍເປັນນົກ, ໝາກຢູ່ຫງ່າທີ່ຊີ້ໄປທາງທິດໃຕ້ຮັບປະທານແລ້ວກໍກາຍເປັນລີງແລະ ໝາກຢູ່ຫງ່າທາງທິດຕາເວັນອອກ ຫາກໃຜຮັບປະທານໝາກຢູ່ຫງ່າທິດນີ້ແລ້ວ ຄົນເຖົ້າກໍກາຍເປນຄົນໜຸ່ມ ມີກໍາລັງບັນຊາ ອາຍຸວານະ ສຸຂັງພາລັງ ໜ້າຕາຈະເອີບອິ່ມເສາະໃສງາມຄືເທບພະທິດາຢູ່ສວງສະຫວັນ.

 ຕົ້ນໄມ້ມະນີໂຄດ ໄດ້ລົ້ມຕາຍໂດຍບໍ່ຮູ້ສາເຫດຕອນກາງຄືນຂອງວັນທີ 19 ມີນາ 2012 ຮອດວັນທີ 19 ມີນາ 2012 ໄດ້ຖືກກອບກູ້ຂຶ້ນເປັນຄັ້ງທໍາອິດແຕ່ບໍ່ສາມາດເອົາຂຶ້ນມາໄດ້  ເນື່ອງຈາກນໍ້າໄຫຼ່ເເຮງ ຈຶ່ງໄດ້ພຽງແຕ່ມັດໄວ້ເພື່ອບໍ່ໃຫ້ໄຫຼ່ໄປກັບນໍ້າຕົກ ສຸດທ້າຍດ້ວຍຄວາມພະຍາຍາມຂອງການນໍາພາກໍຄືວິຊາການທີ່ຖືກມອບໝາຍກອບກູ້ຕົ້ນໄມ້ມະນີໂຄດມິ່ງຂວັນຊາວລາວກໍຄືຄົນລາວທົ່ວປະເທດຈຶ່ງຖືກອບກູ້ຂຶ້ນມາໃນວັນທີ 13 ມັງກອນ 2013 ແລະ ໄດ້ປະດິດສະຖານໄວ້ທີຫໍປະດິດສະຖານຕົ້ນໄມ້ມະນີໂຄດ - ອຸທິຍານນໍ້າຕົກຕາດຄອນພະເພັງ. ແຕ່ລະປີໃນເດືອນ ມັງກອນ ມີການທໍາບຸນນະມັດສະການບູຊາດອກໄມ້ຂາວເພື່ອເສີມບາລະມີຕົ້ນໄມ້ມະນີໂຄດ.
  ບໍລີເວນນໍ້າຕົກມີຈຸດໃຫ້ຊົມວິວຫຼາຍຈຸດ ຈຸດຊົມວິວທີ່ໄດ້ຮັບຄວາມນິຍົມໄດ້ແກ່ ບໍລິເວນສາລາໄມ້ດ້ານເທິງເໜືອກະແສນໍ້າ ເນື່ອງຈາກເປັນວິວທີ່ເຫັນນໍ້າຕົກມູມກ້ວາງ ສາມາດເຫັນວິວທິວທັດປ່າໄມ້ ແລະ ທີ່ສໍາຄັນຍັງປອດໄພອີກດ້ວຍ.


 
                       ຮູບພາບ: ອຸທິຍານວາງສະແດງຕົ້ນໄມ້ມະນີໂຄດ. 
     



                          ຮູບພາບ: ຕົ້ນໄມ້ມະນີໂຄດ.


4. ສິ່ງອຳນວຍຄວາມສະດວກ.

  ຄອນພະເພັງແມ່ນມີຄວາມສະດວກສະບາຍຫຼາຍຢ່າງໃຫ້ນັກທ່ອງທ່ຽວເຊັ່ນ: ມີລົດບໍລິການໃຫ້ແກ່ນັກທ່ອງທ່ຽວ, ສະຖານທີ່ຈອດລົດທີ່ກ້ວາງຂວາງ, ຫ້ອງນໍ້າ, ສາລາຊົມວິວ, ຮ້ານຂາຍເຄື່ອງທີ່ລະນຶກ, ການບໍລິການຖ່າຍຮູບ, ຮ້ານອາຫານຫຼາກຫຼາຍດ້ວຍລາຍການອາຫານທີ່ປຸງແຕ່ງປາສົດໆນານາຊະນິດ.



ຮູບ: ຮ້ານຂາຍເຄື່ອງທີ່ລະນຶກ






                               ຮູບພາບ: ຈຸດຊົມວິວ.  


    
                        ຮູບພາບ: ການບໍລິການລົດຮັບສົ່ງນັກທ່ອງທ່ຽວ.         


                             
                              ຮູບພາບ: ຮ້ານອາຫານ



5.ການເຂົ້າເຖິງ.

  ນໍ້າຕົກຕາດຄອນພະເພັງ ມີຄວາມສະດວກສະບາຍເຊິ່ງເສັ້ນທາງການເຂົ້າເຖິງແມ່ນເປັນທາງປູຍາງ ຢູ່ຫ່າງຈາກຕົວເມືອງປາກເຊປະມານ 157 ກິໂລແມັດ. ຈາກຕົວເມືອງປາກເຊໃຊ້ຖະໜົນເລກທີ13 ພໍມາຮອດຫຼັກກິໂລແມັດທີ8 ແລ້ວໃຫ້ລ້ຽວຊ້າຍເຂົ້າໄປອີກປະມານ 2ກິໂລແມັດ ແລ້ວກໍຈະຮອສະຖານທີ່ຈອດລົດຂອງຄອນພະເພັງ.
  ການເຂົ້າຊົມນໍ້າຕົກຕາດຄອນພະເພັງແມ່ນມີຄ່າທໍານຽມສໍາລັບແຂກພາຍໃນ 20.000ກີບ/ຄົນ/ຄັ້ງ ແລະ ສໍາລັບແຂກພາຍນອກ 55.000ກີບ/ຄົນ/ຄັ້ງ.



















Comments