1. ທີ່ຕັ້ງຫໍພະແກ້ວ.
ຮູບພາບ: ຫໍພະແກ້ວ.
ຫໍພະແກ້ວທາງສັບວິຊາການເອີ້ນວ່າ
“ ຫໍພິພິທະພັນຫໍພະແກ້ວ “ ຕັ້ງຢູ່ເຂດໃຈກາງຕົວເມືອງໃກ້ກັບ ຫໍຄຳ ( ໃນອະດີດເຄີຍເປັນເຂດພະຣາຊະວັງເຈົ້າຊີວິດ
ແຫ່ງອານາຈັກລ້ານຊ້າງ ) ຫ່າງຈາກສູນການຄ້າຕະຫຼາດເຊົ້າ ແລະ ສະຖານນີຂົ່ນສົ່ງລົດໂດຍສານ
ທາງທິດຕາເວັນຕົກປະມານ 500 ກວ່າແມັດ ແລະ ຫ່າງຈາກແມ່ນ້ຳຂອງປະມານ 800 ກວ່າແມັດ.
ຫໍພະແກ້ວຕັ້ງຢູ່ບ້ານ ຊຽງຢືນ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ. ມີເນື້ອທີ່ປະມານ
1750 ຕາແມັດ, ມີຂອບເຂດຊາຍແດນຕິດກັບ:
- ທິດເໜືອ ແລະ ທິດຕາເວັນຕົກ ຕິດກັບ ຫໍຄຳ.
- ທິດໃຕ້ ຕິດກັບ ໂຮງໝໍມະໂຫສົດ.
- ທິດຕາເວັນອອກສ່ຽງເໜືອ ຕິດກັບ ຖະໜົນເສດຖາທິລາດ ແລະ
ວັດສີສະເກດ.
2. ປະຫວັດຄວາມເປັນມາຂອງຫໍພະແກ້ວ ແລະ ພະແກ້ວມໍລະກົດ.
ຫໍພະແກ້ວສ້າງຂຶ້ນໃນປີ
ຄ.ສ 1565 ໃນສະໄໝການປົກຄອງຂອງພະເຈົ້າໄຊຍະເສດຖາທິຣາດ ຫຼັງ ຈາກຍ້າຍສູນກາງປົກຄອງຈາກຫຼວງພະບາງມາຢູ່ວຽງຈັນ.
ຫໍພະແກ້ວເປັນວັດໜຶ່ງທີ່ຕັ້ງຢູ່ໃນເຂດພະລາຊະຖານຂອງພະເຈົ້າຊີວິດແຫ່ງອານາຈັກລ້ານຊ້າງ
ແລະ ເປັນວັດທີ່ບໍ່ມີພະສົງອາໄສຢູ່. ຫໍພະແກ້ວທີ່ເປັນປູຊະນິຍະສະຖານທີ່ເຮົາໄດ້ເຫັນທຸກວັນນີ້ໄດ້ຮັບການບູລະນະປະຕິສັງຂອນຄືນໃໝ່ຫຼາຍຄັ້ງບົນຮູບຖານ
ແລະ ໂຄງສ້າງອັນເກົ່າ. ເຫດຜົນກໍ່ຍ້ອນວ່າຫໍພະແກ້ວເດີມນັ້ນໄດ້ຖືກສັກດີນາສະຫຍາມເຂົ້າມາຮຸກຮານ
ຄັ້ງທີ1: ໃນປີ ຄ.ສ 1779
ພວກສັກດີນາສະຫຍາມໄດ້ຮຸກຮານອານາຈັກລ້ານຊ້າງດ້ວຍການມ້າງເພ່ທຳລາຍເມືອງວຽງຈັນ ແລະ
ຫໍພະແກ້ວ. ພວກເຂົາໄດ້ນຳເອົາພະແກ້ວມໍລະກົດໄປໄວ້ທີບາງກອກ ( ປະເທດໄທ).
ພາຍຫຼັງທີ່ຖືກສັກດີນາມາຮຸກຮານກໍ່ຜ່ານມາຫຼາຍປີ
ຈົນເຖິງປີ ຄ.ສ 1816 ດ້ວຍຄວາມເຄົາລົບເຫຼື້ອມໃສສັດທາຕໍ່ຫໍພະແກ້ວ
ກໍ່ໄດ້ມີການສ້ອມແປງຫໍພະແກ້ວຄືນໃໝ່ຕາມໂຄງສ້າງເດີມ
ເຊິ່ງເປັນການປະຕິສັນຂອນຄັ້ງທີ1.
ຄັ້ງທີ2: ໃນປີ ຄ.ສ 1826 - 1829
ຫໍພະແກ້ວກໍ່ໄດ້ຖືກສັກດີນາສະຫຍາມເຂົ້າມາຮຸກຮານອານານຈັກລ້ານຊ້າງອີກຄັ້ງພ້ອມທັງຈູດເຜົາມ້າງເພ່ທຳລາຍເມືອງວຽງຈັນລົງອີກ.
ເຊິ່ງການທຳລາຍຄັ້ງນີ້ໄດ້ເຮັດໃຫ້ຕົວເມືອງວຽງຈັນທີ່ເຕັມໄປດ້ວຍວັດວາອາຮາມທີ່ສວຍສົດງົດງາມຕ້ອງພັງລົງຢ່າງຮາບກ້ຽງຈົນກາຍເປັນເມືອງຮ້າງ ແລະ ຫໍພະແກ້ວກໍ່ຍັງເຫຼືອແຕ່ຝາພະໜັງ ແລະ ເສົາ.
ມາຮອດປີ ຄ.ສ 1900
ປະຊາຊົນລາວບັນດາເຜົ່າໄດ້ພາກັນເຂົ້າມາຕັ້ງຫຼັກແຫຼ່ງຢູ່ນະຄອນຫຼວງວຽງຈັນ ແລະ
ໄດ້ປົວແປງນະຄອນຫຼວງວຽງຈັນຄືນໃໝ່ ເຊິ່ງໃນເວລານັ້ນຫໍພະແກ້ວຍັງເຫຼືອແຕ່ຖານຊັ້ນລຸ່ມ;
ສ່ວນຝາ ແລະ ເສົາ ໄດ້ປະຖິ້ມເປັນຊາກຢູ່ເທົ່ານັ້ນ ມີແຕ່ເຄືອໄມ້ ແລະ
ຕົ້ນໄມ້ເກີດທັບປົກຫຸ້ມໄປໝົດ.
ດັ່ງນັ້ນມາໃນປີ ຄ.ສ 1936 ດ້ວຍຄວາມເຄົາລົບ ແລະ
ເຫຼື້ອມໃສສັດທາຂອງປະຊາຊົນຊາວນະຄອນຫຼວງວຽງຈັນກໍ່ຄືຊາວລາວທົ່ວປະເທດຈຶ່ງໄດ້ພ້ອມພາກັນແຜ່ວັດຖຸປັດໄຈເພື່ອດຳເນີນການບູລະນະປະຕິສັງຂອນສ້ອມແຊມຫໍພະແກ້ວຄືນໃໝ່.
ການປະຕິສັງຂອນຄັ້ງນີ້ໄດ້ຮັກສາຮູບຮ່າງຕາມຜັງໂຄງສ້າງເດີມໄວ້ເກືອບໝົດເທົ່າທີ່ຍັງຄົງເຫຼືອເອົາໄວ້.
ສ່ວນຫຼັງຄາໄດ້ດຳເນີນການເຮັດໃໝ່ຕາມສິລະປະສະໄໝລ້ານຊ້າງ.
ປີ ຄ.ສ
1940
ຫໍພະແກ້ວໄດ້ປ່ຽນສະພາບຈາກການເປັນທີ່ເຄົາລົບບູຊາເປັນພິພິທະພັນສະຖານແຫ່ງຊາດຕາມແນວຄວາມຄິດຂອງສະເດັດເຈົ້າ
ມະຫາອຸດປະຣາຊເພັດສະລາດ
ຈາກນັ້ນກໍ່ມີການຈັດການປັບປຸງໃຫ້ຖືກຕ້ອງຕາມຫຼັກການວິຊາການທາງພິພິທະພັນບູຮານສະຖານ.
ມາໃນວັນທີ 18 ມີນາ ຄ.ສ 1942 ກໍ່ໄດ້ທໍາການສະເຫຼີມສະຫຼອງເປັນຄັ້ງທໍາອິດໂດຍມີພະເຈົ້າ
ສີສະຫວ່າງວົງ ກະສັດແຫ່ງພຣະລາຊະອານາຈັກລາວເປັນປະທານ.
ປີ ຄ.ສ 1976 ລັດຖະບານ ສປປ ລາວ ໄດ້ມອບໝາຍວຽກງານພິພິທະພັນນີ້ໃຫ້ກະຊວງສຶກສາກິລາ ແລະ ທຳມະ ເປັນຜູ້ດຳເນີນການຈັດສັນ ແລະ
ຂຶ້ນທະບຽນວັດຖຸບູຮານ.
ປີ ຄ.ສ 1993 ລັດຖະບານແຫ່ງ ສປປ ລາວ
ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ເຢຍຣະມັນ ເປັນຈຳນວນເງິນ 100.000 ມາກ
ມາດຳເນີນການບູລະນະປະຕິສັງຂອນພິພິທະພັນສະຖານບູຮານຫໍພະແກ້ວ. ປັດຈຸບັນຫໍພະແກ້ວເປັນສະຖານທີ່ສະສົມ ແລະ
ຮວບຮວມສິລະປະວັດຖຸ ທີ່ມີຄຸນຄ່າທາງດ້ານສິລະປະ ວັດທະນະທຳ ແລະ ປະຫວັດສາດຂອງຊາດ.
·
ປະຫວັດພະແກ້ວມໍລະກົດ.
ພະແກ້ວມໍລະກົດ ຫຼື ພະແກ້ວຂຽວ
ສ້າງຂຶ້ນຫຼັງຈາກພະພຸດທະເຈົ້າປະລິຕິພານໄປແລ້ວ 500ປີ ໃນຕຳນານບອກວ່າ
ແມ່ນເທວະດາເປັັນຜູ້ສ້າງຖວາຍແກ້ພະອໍລະຫັນ ອົງຊື່ ພະນາຄະເສນເຖລະ (
ເທວະດາທີ່ວ່ານີ້ຄົງແມ່ນບັນດາແມ່ຍິງຄົນທຳມະດາແຕ່ພວກເພິ່ນປະຕິບັດຕາມພະວິໄນ ແລະ
ຖືສິນຢ່າງເຄັ່ງຄັດທີ່ສຸດ ) ເພິ່ນສ້າງຢູ່ເມືອງ ປາຕາລີບຸດ ແລະ
ກໍ່ໄດ້ປະທັບຢູ່ເມືອງນັ້ນເຖິງ300ປີ. ຍ້ອນເສິກສົງຄາມຈະເຂົ້າຕີເມືອງປາຕາລີບຸດ
ເພິ່ນຈຶ່ງໄດ້ຍ້າຍພະແກ້ວມໍລະກົດໃສ່ສະເພົາ (ເຮືອ) ຂ້າມທະເລມາປະທັບທີ່ເກາະສີລັງກາ.
ເຈົ້າເມືອງພູກາມແຫ່ງປະເທດພະມ້າເຫັນວ່າ: ຕາມຄໍາສອນທາງພຸດທະສາສະໜາຢູ່ປະເທດເພິ່ນມີການແປຜິດພາດ
ດັ່ງນັ້ນເພິ່ນຈຶ່ງເດີ່ນທາງໄປເກາະສີລັງກາເພື່ອຖາມຂໍ້ມູນ ແຕ່ຕອນກັບຄືນປະເທດກັບ
ເພິ່ນຊຳພັດຂໍພະແກ້ວມາພ້ອມ ເຈົ້າເມືອງສີລັງກາຈື່ງມອບໃຫ້ດ້ວຍຄວາມຈຳໃຈທີ່ສຸດ
ຝ່າຍປະຊາຊົນຮູ້ຂ່າວກໍ່ຍິ່ງມີຄວາມເສຍໃຈ ເຊິ່ງພະແກ້ວຢູ່ເກາະສີລັງກາ200ປີ.
ປະມານປີ ຄ.ສ 457 ເຈົ້າເມືອງພູກາມໄດ້ນໍາເອົາພະແກ້ວໃສ່ສະເພົາກ່ອນອອກເດີ່ນທາງ
ແຕ່ໂຊກບໍ່ດີລົມພາຍຸໄດ້ພັດເອົາສະເພົາລຳທີ່ບັນທຸກພະແກ້ວໄປຕົກທີ່ເຂດເມືອງ ອິນທະປັດ
ເຈົ້າເມືອງ ອິນທະປັດ ບໍ່ຢາກສົ່ງພະແກ້ວຄືນ
ທາງຝ່າຍເຈົ້າເມືອງພູກາມໄດ້ສະແດງລິດເດດຂຶ້ນເຮັດໃຫ້ເຈົ້າເມືອງອິນທະປັດເກີດຄວາມຢ້ານກົວຈຶ່ງຍອມມອບພະແກ້ວຄືນອອກຈາກເມືອງອິນທະປັດໂດຍທາງສະເພົາດ້ວຍອຸປະສັກນາໆປະການ
(ບໍ່ມີໃຜບັນທຶກໄວ້ໃຫ້ຮູ້) ແຕ່ພໍຮູ້ໄດ້ວ່າ: ຈາກນັ້ນພະແກ້ວມໍລະກົດ
ໄດ້ມາປະກົດຕົວຢູ່ປະເທດກໍາປູເຈຍ ຈາກນັ້ນກໍ່ມາປະກົດຕົວຢູ່ເມືອງກຳແພງເພັດ (ປະເທດໄທ)
ຕໍ່ມາກໍ່ປະກົດຕົວຢູ່ເມືອງນະຄອນສີອະຍຸທະຍາ. ຈາກນັ້ນປີ ພ.ສ 1506
ມາປະກົດຕົວຢູ່ເມືອງລະໂວ (ລົບບູລີ) ຢູ່ທີ່ນັ້ນໄດ້1ປີ9ເດືອນ
ກ່ອນຈະມາປາກົດຢູ່ເມືອງກໍາແພງເພັດອີກເທື່ອສອງ ແລະ ຢູ່ເມືອງຊຽງລາຍ.
ມາຮອດປີ ຄ.ສ 1434 ປະຫວັດພະແກ້ວມໍລະກົດໄດ້ມີຜູ້ບັນທຶກແຈ້ງຂຶ້ນມາອີກ
ໄດ້ນໍາອອກຈາກເມືອງຊຽງລາຍມາຢູ່ເມືອງລຳປາງໄດ້32ປີ ແລ້ວໄປຢູ່ເມືອງຊຽງໃໝ່ໄດ້ 84ປີ.
ຫຼັງຈາກນັ້ນພະເຈົ້າໄຊຍະເສດຖາທິລາດ
ເຈົ້າແຜ່ນດິນລ້ານນາ(ຊຽງໃໝ່) ທັງເປັນເຈົ້າແຜ່ນດິນລ້ານຊ້າງ(ຫຼວງພະບາງ) ໄດ້ນໍາເອົາພະແກ້ວຈາກຊຽງໃໝ່ມາໄວ້ທີ່ຫຼວງພະບາງ10ປີ
ແລ້ວເອົາລົງມາຢູ່ທີ່ວຽງຈັນ ພະແກ້ວຢູ່ວຽງຈັນໄດ້ 219ປີ
ແລ້ວຖືກຂ້າເສິກສະຫຍາມເອົາໄປໄວ້ທີ່ບາງກອກໃນປີ ຄ.ສ 1779 ຈົນຮອດປັດຈຸບັນ ລວມເວລາຢູ່ບາງກອກໄດ້
234ປີ.
3. ລັກສະນະເດັ່ນຂອງຫໍພະແກ້ວ
ຖ້າເຮົາອ່ານຈາກຂໍ້ມູນ ຫຼື ເຫັນແຕ່ຮູບນັ້ນ ຫໍພະແກ້ວກໍບໍ່ເປັນທີ່ນ່າສົນໃຈປານໃດດອກ ແຕ່ຖ້າເຮົາໃຊ້ເວລາປະມານ 1ຊົ່ວໂມງ ໃນການທ່ຽວຊົມ ສຳຜັດດ້ວຍຕາ ແລ້ວພິຈາລະນາຄັກໆດ້ວຍໃຈ ເຮົາຈະເຫັນຫຼາຍກ່ວາຮູບຊົງອາຄານທີ່ງົດງາມ ແລະ ພະພຸດທະຮູບຈຳນວນຫຼາຍ ສິ່ງທັງຫຼາຍທີ່ເຮົາບໍ່ເຄີຍໄດ້ສຳຜັດນັ້ນ ມີທັງລວດລາຍ, ພະພຸດທະຮູບຕ່າງໆທີ່ມີຫຼາຍຂະໜາດ, ຮູບປັ້ນ, ຮູບຫຼໍ່, ຮູບຄວັດ, ຕູ້ຄຳພີ, ສິລາຈາລຶກຕ່າງໆ ຫຼາຍກວ່າ50ແຜ່ນ ແລະ ສິ່ງອື່ນໆອີກຈາກທົ່ວປະເທດ ທີ່ລ້ວນແຕ່ສະທ້ອນເຖິງປະຫວັດສາດ, ວັນນະຄະດີ, ສິລະປະ ທີ່ຊົງຄຸນຄ່າອັນມະຫາສານ ປຽບດັງຄັງສາງຂອງມູນມໍລະດົກ. ເປັນສະຖານທີ່ສົມຄວນແກ່ການທັດສະນະສຶກສາຂອງເດັກນ້ອຍ, ນັກສຶກສາ, ປັນຍາຊົນ ແລະ ນັກຄົ້ນຄວ້າໄດ້ເປັນຢ່າງດີ.
ຮູບພາບ:
ພະພຸດທະຮູບພາຍໃນຫໍພະແກ້ວ(ທາງນອກສິມ).
ພາຍໃນຫໍພະແກ້ວແມ່ນຫ້າມມີການຖ່າຍຮູບທຸກຊະນິດ
ເນື່ອງຈາກວ່າ: ທາງຫໍພິພິທະພັນ ຫໍພະແກ້ວ ເພິ່ນຕ້ອງການອານຸລັກ ແລະ ປົກປັກຮັກສາວັດຖຸວາງສະແດງຢູ່ໃນຫໍ
ເພື່ອປ້ອງກັນວັດຖຸບູຮານບໍ່ໃຫ້ຖືກທຳລາຍ, ເພື່ອປ້ອງກັນຈາກການລັກຂະໂມຍ ແລະ
ພວກບໍ່ປາຖະໜາດີ ແລະ ເຫດຜົນຕົ້ນຕໍກໍ່ຄືແມ່ນເພື່ອຮັກສາຄຸນຄ່າອັນໂດດເດັ່ນໄວ້ ແລະ
ເກັບຮັກສາໄວ້ຢູ່ໃນຫໍໃຫ້ໄດ້ຍາວນານ.
4. ການເຂົ້າເຖິງ.
ຫໍພະແກ້ວ
ແມ່ນມີຄວາມສະດວກສະບາຍໃນການເຂົ້າເຖິງ ເພາະຕັ້ງຢູ່ໃຈກາງເມືອງຫຼວງຂອງປະເທດລາວ ແລະ
ຕັ້ງຢູ່ກົງກັນຂ້າມກັບວັດສີສະເກດຂອງຖະໜົນເສດຖາທິລາດ ແລະ ຕິດກັບຫໍຄຳ.
5. ສິ່ງອຳນວຍຄວາມສະດວກ.
ຫໍພະແກ້ວ ແມ່ນບໍ່ມີການໃຫ້ບໍລິການ ໂຮງແຮມ, ທີ່ພັກ,
ຮ້ານອາຫານ.... ມີພຽງແຕ່ຂາຍຂອງແຫ້ງ ເຊັ່ນ: ນໍ້າດື່ມ, ເຂົ້າໜົມ...ເປັນຕົ້ນ ແລະ ຂອງທີ່ລະນຶກເຊັ່ນ:ພະ,ພວງກຸນແຈ...ບໍລິການຫ້ອງນໍ້າ ແລະເປັນບ່ອນຊົມຮ່ອງຮອຍທາງປະຫວັດສາດ,
ເປັນສະຖານທີ່ທາງສາສະໜາ.
ສໍາລັບການເຂົ້າຊົມສະຖານທີ່ສັກກາລະບູຊາຫໍພະແກ້ວແຫ່ງນີ້ນັ້ນແມ່ນມຄ່າທໍານຽມເຂົ້າຊົມຄື: ສໍາລັບຄົນລາວແມ່ນ2000ກີບ/ຄົນ, ສຳລັບຄົນຕ່າງປະເທດແມ່ນ5000ກີບ/ຄົນ, ສໍາລັບນັກຮຽນ, ນັກສຶກສາແມ່ນເຂົ້າຊົມຟີ ແລະ
ເປີດໃຫ້ບໍລິການທຸກມຶ້ຕັ້ງແຕ່ເວລາ 8:00-12:00 ແລະ
13:00-17:00.
ເອກະສານອ້າງອີງ.
·
ການລົງເກັບຂໍ້ມູນຕົວຈິງ.
·
ພະແກ້ວມໍລະກົດມາຈາກ. ຈົດໝາຍການສ້າງຊຸດພະແກ້ວມໍລະກົດ ແລະ ໜັງສືລັດຕະນະພິມວົງ
ພະພິສຸພົມມະຣາດປັນຍາ ແຕ່ງເປັນພາສາບາລີໄວ້ເມື່ອປີ ພ.ສ 2272.
Comments
Post a Comment