ນໍ້າຕົກຕາດ ຜາສ້ວມ


  I.    ນໍ້າຕົກຜາສ້ວມ



                
ທີ່ຕັ້ງ       
         ້ຳຕົກຕາດຜາສ້ວມຕັ້ງຢູ່ບ້ານໜອງກອກ ຄຸ້ມບ້ານໂດນ  ເມືອງບາຈຽງ  ແຂວງຈຳປາສັກ ຫ່າງຈາກຕເມືອງປາກເຊປະມານ24 ກິໂລແມັດ ຕາມເສັ້ນທາງເລກທີ 23 ຈະຜ່ານທາງແຍກເຂົ້າຄອນພະເພັງ ຕ້ອງລ້ຽວໃຫ້ໄປຊື່ ຈົນຮອດຫຼັກ ກມ ທີ່21 ແລ້ວລ້ຽວຊ້າຍເຂົ້າໄປອີກປະມານ3 ກິໂລແມັດກໍ່ຈະຮອດອະທະຍານເມືອງບາຈຽງແລ້ວລ້ຽງຊ້າຍເຂົ້າໄປອີກ1ກິໂລແມັດກໍ່ຈະຮອດ ນ້ຳຕົກຕາດຜາສ້ວມ
 ປະຫວັດຄວາມເປັນມາ
     ນ້ຳຕົກຕາດຜາສ້ວມມີປະຫວັດຄວາມເປັນມາຂອງຄູ່ຮັກບ່າວສາວນິທານເລື່ອງທ້າວບາຈຽງ ກັບ ນາງມະໂລງ ທີ່ມັກຮັກກັນແຕ່ບໍ່ສົມຫວັງ ເຮັດໃຫ້ທ້າວບາຈຽງອົກຮັກສາມເສົ້າເພິ່ນຈຶ່ງຮັກເມືອງນີ້ເປັນເມືອງບາຈຽງ ແລະ ຄຳວ່າສ້ວມ ໃນພາສາລາວນັ້ນໝາຍເຖິງຫ້ອງນອນທີ່ກັ້ນໄວ້ສຳລັບລູກສາວ_ລູກຊາຍ ດັ່ງນັ້ນຄຳວ່າ ຕາດຜາສ້ວມນີ້ຈຶ່ງມີຄວາມໝາຍວ່ານ້ຳຕົກຕາດຫີນຕັ້ງທີ່ມີລັກສະນະສູງຄ້າຍຄືຫ້ອງຫໍຂອງບ່າວ_ສາວ
 ລັກສະນະເດັ່ນ




 ລັກສະນະເດັ່ນຂອງນ້ຳຕົກຕາດຜາສ້ວມ ຄືຕາດຜາສ້ວມມີຄວາມສວຍສົດງົດງາມປ່າໄມ້ທີ່ອຸດົມສົມບູນເຕັມໄປດ້ວຍທຳມະຊາດ ແລະ ນ້ຳໃສສະອາດ,ນ້ຳຈະງາມໃນຊ່ວງວັນທີ19_23ຂອງເດືອນຕຸລາຕົວຕາດເປັນຜາລຽນຕັ້ງເປັນລະບຽບມີຄວາມສູງປະມານ5_7ແມັດ ແລະມີກະແສນ້ຳທີ່ໄຫຼຜ່ານຕາມຜາຫີນດັ່ງກ່າວ ເຊິ່ງນ້ຳຕົກທີ່ໄຫຼຈາກຫ້ວຍຈຳປີອັນມີຈຸດກຳເນີດຈາກພູເທວະດາເມືອງປາກຊ່ອງ ເຊິ່ງເປັນສາຍນ້ຳທີ່ໄຫຼຈາກໃຕ້ໄປຫາເໜືອທີ່ຜ່ານຫີນທີ່ມີຂະໜາດໃຫຍ່ທີ່ລັກສະເປັນໂຫງ່ນຮູບຮ່າງຄືກັບຫ້ອງນອນຂອງຄູ່ບ່າວສາວທີ່ມີຄວາມງົດງາມ ແລະ ຢູ່ໃນບໍລິເວນດັ່ງກາວຍັງມີນ້ຳຕົກຂະຫນາດນ້ອຍຄືນ້ຳຕົກຫມາກແງວຫ່າງຈາກນ້ຳຕົກຕາດຜາສ້ວມ250ແມັດ ເຊິ່ງມີນ້ຳໄຫຼຕະຫຼອດປີເຊັ່ນດຽວກັນ 




ນອກນັ້ນຍັງມີ່ໝູ່ບ້ານຊົນເຜົ່າ8 ຊົນເຜົ່າທີ່ຮວບຮວມເອົາພິພິຕະພັນຂອງຊົນເຜົ່າມາຮວມກັນເພື່ອມາວາງສະແດງໃຫ້ນັກທ່ອງທ່ຽວຊົມເຊັ່ນເຜົ່າກະລ່ຽງ, ເຜົ່າກະຕ້າງ,ເຜົ່າອາລັກ,ເຜົ່າກະຕູ້ ນອກນັ້ນຍັງມີເຮືອນເສົາດຽວເຊິ່ງແຕ່ກ່ອນເພິ່ນໄດ້ກ່າວວ່າເປັນເຮືອນທີ່ສ້າງໄວ້ເພື່ອບ່າວສາວມາລົມກັນແຕ່ການລົມກັນໃນທີ່ຍີ້ແມ່ນລົມກັນດ້າມຊົ່ວໂມງຖ້າມັກຮັກກັນແລ້ວແມ່ນໃຫ້ພໍ່ແມ່ມາສູ່ຂໍ ດັ່ງນັ້ນນ້ຳຕົກຜາສ້ວມຈຶ່ງເປັນ ສິ່ງຈູງໃຈໃຫ້ນັກທ່ອງທ່ຽວພາກັນຢາກມາທ່ຽວໃນນ້ຳຕົກແຫ່ງນີ້.


ສິ່ງອໍານວຍຄວາມສະດວກ
 ພາຍໃນບໍລິເວນຕາດຜາສ້ວມຈະມີການບໍລິການທີ່ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ເຊັ່ນຮ້ານອາຫານ,ຮ້ານຂາຍສິ່ງທີ່ລະນຶກ ,ຫ້ອງນ້ຳ ແລະ ການໃຫ້ຂໍ້ມູນແຫຼ່ງທ່ອງທ່ຽວຈາກພະນັກງານນຳທ່ຽວປະຈຳທ້ອງຖິ່ນ ນອກນັ້ນບັງມີປ້າຍຫ້າມ ແລະ ປ້າຍບອກທາງໃນການຍ່າງ
ໄປສະຖານທີ່ທ່ອງທ່ຽວນຳອີກ

  ການເຂົ້າເຖິງ
ການເຂົ້າເຖິງຕາດຜາສ້ວມແມ່ນສະດວກສະບາຍເພາະເປັນທາງປູຢາງ ແລະລົດທຸກສະນິດສາມາດເຂົ້າເຖິງໄດ້

  ການບໍລິກາ
 ພາຍໃນບໍລິເວນຕາດຜາສ້ວມຈະມີຮ້ານຄ້າທີ່ຫຼາກຫຼາຍເຊັ່ນ:ຮ້ານອາຫານ,ຮ້ານຂາຍສິນຄ້າທີ່ລະນຶກ,ຮ້ານຖ່າຍຮູບ ແລະ ຮ້ານຂາຍສິນຄ້າອື່ນໆ.ນອກນັ້ນຍັງມີການວາງສະແດງສິນຄ້າຂອງເຜົ່າຕ່າງໆເພື່ອໃຫ້ນັກທ່ອງທ່ຽວເລາະຊົມແລະຊື້ເປັນຂອງຝາກຂອງຕ້ອນ.                                                                                            







                   











      ເອກກະສານອ້າງອີງ

-       ຂໍ້ມູນໄດ້ມາຈາກພະນັກງານນຳທ່ຽວໃນແຫຼ່ງທ່ອງທ່ຽວ ທ່ານ ຄຳຜາສຸກ ຈີຕູແຈະກຽງ ແລະ ການລົງສຳຫຼວດຕົວຈິງ
-    ຮູບພາບ: ໄດ້ຈາກການຖ່າຍຕອນລົງໄປສຳຫຼວດແລະເກັບຂໍ້ມູນຄັ້ງວັນທີ 18/01/2018





Comments