ວັດພູ
ພາບລວມ
ປະສາດຫີນວັດພູຕັ້ງຢູ່ທິດຕາເວັນຕົກສ່ຽງໃຕ້ຂອງແຂວງຈໍາປາສັກກົງກັບຝັ່ງຂວາຂອງແມ່ນໍ້າຂອງຢູ່ເຂດບ້ານເປີ້ນພູເກົ້າ ບ້ານໜອງສະ ຫ່າງຈາກຕົວເມືອງປາກເຊປະມານ 46 ກິໂລແມັດ. ເມື່ອທ່ານເດີນທາງຈາກຕົວເມືອງປາກເຊໄປຮອດຫຼັກກິໂລແມັດທີ່ 30 ໃຫ້ລ້ຽວຂວາໄປປະມານ 6 ກິໂລແມັດ ທ່ານກໍ່ຈະເຫັນບ້ານມ່ວງເຊິ່ງຕັ້ງຢູ່ແຄມຂອງແລ້ວຂ້າມໄປຫາບ້ານຜາຫີນເດີນທາງຕໍ່ໄປອີກ 12 ກິໂລແມັດກໍ່ຈະຮອດວັດພູ. ວັດພູມີເນື້ອທີ່ກວມລວມເອົາ 390 ຕາລາງກິໂລແມັດ, ແບ່ງອອກເປັນ 4 ເຂດ. ເຊິ່ງກໍານົດເຂດແດນດັ່ງນີ້:
· ທິດເໜືອ ຖືເອົາສາຍຫ້ວຍກອກທີ່ໄຫຼຈາກພູນາກຈົນຮອດກໍ່ໄພບ້ານນາທ້າວ ສິງຈຸມ.
· ທິດໃຕ້: ກໍານົດເອົາຫົວພູນາກລົງມາຮອດຫ້ວຍຊັນ ໄຫຼຈາກຕີນພູນາກ ເລັ່ງເສັ້ນຊື່ໄປໃສ່ໂຮງນາງສີນາ.
· ທິດຕາເວັນອອກ: ເອົາແຄມຝັ່ງຂວາຂອງແມ່ນໍ້າຂອງຈາກກ້ອງວັດພູສີສຸມັງໄປຫາບ້ານພະນອນໃຕ້.
ນອກນັ້ນ ຜາສາດຫິນວັດພູຍັງແບ່ງອອກເປັນ 3 ສ່ວນຄື
· ປາສາດຊັ້ນລຸ່ມ
ຊາກຂອງບາລາຍສ່ວນໜ້າແຄມບໍນ້ຳ ສ້າງຂຶ້ນມາໃໝ່ສະໄໝເຈົ້າບຸນອຸ້ມ ໃນປີ ຄ.ສ 1960 ໃຊ້ສະເດັດໃນພິທີສົງນ້ຳ ແລະ ຊົມປະເພນີແຂ່ງເຮືອ ເຊື່ອມຕໍ່ທາງເດີນຂະໜາບດ້ວຍເສົານາງລຽງ ລານດ້ານໜ້າຈະມີພໍ່ຄ້າແມ່ຄ້າ ນຳເອົາດອກໄມ້ທູບທຽນມາຈຳໜ່າຍ ສ່ວນໂຄປຸລະຊັ້ນນອກ ມີບາລາຍຕັ້ງຢູ່ຄຽງຂ້າງກັນ ເປັນມຸມມະຫາຊົນ ສຳລັບຖ່າຍຮູບຂອງນັກທ່ອງທ່ຽວ ແລະ ເປັນພາບປະຊາສຳພັນຂອງຜາສາດຫີນວັດພູແຫ່ງນີ້ ປະຈຸບັນຢູ່ລະຫວ່າງການບູລະນະ ຊາວບ້ານຈະຮຽກບາລາຍ 2 ຫລັງນີ້ວ່າ “ໂຮງທ້າວ” ແລະ “ໂຮງນາງ” ເປັນເໝືອນກັບຜາສາດໃນເມືອງພະນະຄອນທຸກແຫ່ງ ໃຊ້ສຳລັບເຮັດຄວາມສະອາດຊຳລະລ້າງຮ່າງກາຍກ່ອນຂຶ້ນໄປບູຊາເທວະສະຖານ
· ຜາສາດຊັ້ນກາງ
ດ້ານໜ້າຂອງໂຄປຸລະຊັ້ນກາງ ມີຮູບແກະສະຫລັກເທວະຮູບຖືກະບອງ ຊາວບ້ານນ້ຳຜ້າເຫລືອງມາຫົ່ມ ແລະ ກາງສັດ ສະທ້ອນຄວາມເຊື່ອທາງຮິນດູ ເບິ່ງທີ່ມີອິດທິພົນຕໍ່ພຸດທະສາດສະໜາ ຂອງລາວ ຍ່າງຂຶ້ນຂັ້ນໄດສູງຊັນແຄບໆ ຕ້ອງໃຊ້ມື ແລະ ຕີນປີນ ຕາມຄວາມເຊື່ອຂອງຂອມ ທີ່ຕ້ອງການສະແດງໃຫ້ຜູ້ໄປນະມັດການສະແດງຄວາມເຄົາລົບ ໂດຍການໝອບຄານຂຶ້ນໄປ ສັກກາລະສິ່ງສັກສິດ ສອງຂ້າງທາງເຕັມໄປດ້ວຍຕົ້ນຈຳປາ ຊຶ່ງເປັນດອກໄມ້ປະຈຳຊາດລາວ
· ປາສາດຊັ້ນເທິງ
ເມື່ອຜ່ານທະວານບານເຖິງໂຄປຸລະຊັ້ນໃນ ທາງຂຶ້ນມີເທວະຮູບຕັ້ງຢູ່ ຍ່າງຂຶ້ນຖານຫີນຄ້າຍກຳແພງ 7 ຊັ້ນ ທີ່ມີຄວາມຫມາຍເຖິງສະຫວັນທັງ 7 ຈົນເຖິງຜາສາດປະທານສ່ວນເທິງສຸດ ລັກສະນະພາຍນອກຂອງຜາສາດເກົ່າແກ່ ສ່ວນໜ້າ ແລະ ສ່ວນຍອດພັງທະລາຍລົງມາ ມີຫລັງຄາສັງກະສີມຸງແທນ ສ່ວນທີ່ຍັງມີຄວາມສົມບູນຄື ທັບຫລັງ ແກະສະຫລັກເປັນຮູບພະອິນ ຊົງຊ້າງເອລາວັນ 3 ສຽນ ດ້ານຂ້າງເປັນຮູບກິນນະລີ ແລະພະວິລຸນປະທັບພະຍາຄຸດ ວິຈິດສວຍງາມ ຕາມເສົາປະດັບກອບປະຕູທັງ 2 ຂ້າງມີຮູບແກະສະຫລັກຂອງທ້າວົດຕຸໂລກບານ ເຫມືອນດັ່ງຍືນພິທັກປິ່ນປົວຜາສາດ ແລະ ຮູບແກະສະຫລັກນາງອັບສາ ທີ່ກອບທາງດ້ານຕະເວັນອອກ ບໍລິເວນປ່ອງຢ້ຽມແກະສະຫລັກເປັນລູກໝາກວົດ ດ້ານໃນຂອງຜາສາດປະດິດສະຖານພະພຸດທະຮູບສຳລິດຂະໜາດໃຫຍ່ ມີໂຕະໝູ່ບູຊາແບບຊາວພຸດ ຕັ້ງຢູ່ດ້ານໜ້າ ສ່ວນດ້ານນອກມີກຸ່ມເຈດີນ້ອຍໆ ສະຫລັກເປັນຮູບເເຂ້ ແລະ ຊ້າງຕາມຕຳນານມູຣະຕິ.
ນອກຈາກນັ້ນແລ້ວຍັງມີຫໍພິພິທະພັນເປັນບ່ອນວາງສະແດງບັນດາຮູບແກະສະຫຼັກຕ່າງໆໃຫ້ນັກທ່ອງທ່ຽວໄດ້ເຫັນ ແລະ ຮັບຮູ້ຂໍ້ມູນກ່ຽວກັບປະຫວັດຄວາມເປັນມາ ແລະ ຄວາມໜາຍຄວາມສໍາຄັນຂອງແຫຼ່ງທ່ອງທ່ຽວແຫ່ງນີ້.
4. ລັກສະນະເດັ່ນຂອງແຫຼ່ງທ່ອງທ່ຽວ
ຜາສາດຫີນວັດພູເປັນແຫຼ່ງທ່ອງທ່ຽວແຫ່ງໜື່ງທີ່ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມຫຼາຍບໍ່ວ່າຈະເປັນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ວັດພູແຫ່ງນີ້ມີລັກສະນະເປັນແຫຼ່ງທ່ອງທ່ຽວທາງດ້ານບູຮານສະຖານ ແລະ ເປັນທີ່ເຄົາລົບບູຊາຂອງປະຊາຊົນລາວ. ນອກຈາກນັ້ນແລ້ວ, ທາງສອງຝາກທາງຂຶ້ນໄປເທິງຈອມສຸດຂອງວັດພູຍັງມີຕົ້ນດອກຈໍາປາທີ່ມີອາຍຸ 400 ປີຕັ້ງຢູ່ຢ່າງສະຫງ່າງາມ. ວັດພູຍັງປະກອບມີຫຼາຍຈຸດຫຼາຍບ່ອນທີ່ເປັນສີ່ງດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມ ນັບແຕ່ຕີນພູຈົນເຖິງຈອມວັດພູເຊັ່ນວ່າ: ມີບໍນໍ້າສັກສິດ, ໂຮງເສົາ, ໂຮງງົວນັນທີ, ພະຍາກົມມະທາ, ກໍາແພງເຈັດຊັ້ນ, ຮູບແກະສະຫຼັກຫົວຊ້າງດ້ວຍຫີນ ພ້ອມດຽວກັນນັ້ນເມື່ອເຮົາເຂົ້າໄປຍັງຫໍພິພິທະພັນເຮົາກໍ່ຈະເຫັນບັນດາບູຮານວັດຖຸທີ່ໄດ້ຄົ້ນພົບຢູ່ໃນພື້ນທີ່ 390 ຕາລາງກິໂລແມັດ ແລະ ໄດ້ມາຈາໃຕ້ພື້ນແມ່ນໍ້າຂອງທີ່ແກະສະຫຼັກເປັນຮູບອອກມາເພື່ອສະແດງເຖິງສີລະປະ ແລະ ສາສະໜາຮີນດູຂອງຄົນໃນສະໄໝກ່ອນເຊິ່ງປະກອບມີດັ່ງນີ້:
ລິງຄະປາຣະວາຕະ ພູເຂົາແຫ່ງເທບພະເຈົ້າ
ຈາກຫຼັກຖານທາງສີລາຈາລຶກ, ລິງຄະປາຣະວາຕະເປັນຊື່ພາສາສັນສະກິດທີ່ຊາວຂະແມນ ໄດ້ເອີ້ນກັນມາແຕ່ສະໄໝບູຮານ, ມີຄວາມສູງ 1.416 ແມັດ, ຈອມສຸດຂອງພູເປັນໂງ່ນຫີນໃນຮູບຊົງ ລິງຄະໂດຍທໍາມະຊາດສູງປະມານ 10 ແມັດ ຊຶ່ງສາມາດແນມເຫນໄດ້ແຕ່ໄກ. ດ້ວຍເຫດນັ້ນ, ພູໜ່ວຍນີ້ຈຶ່ງປຽບສະເໝືອນຕົວແທນຂອງພຣະສີວະເທບ.
ໃນປີ 1997 ໂຄງການຮ່ວມມືລາວ-ຢູເນສໂກໄດ້ຄົ້ນພົບໂຄ້ງສ້າງສະຖານບູຮານທີ່ກໍ່ດ້ວຍດີນຈີ່ຢູ່ຈອມເທິງສຸດຂອງພູເກົ້າ. ພ້ອມກັນນັ້ນ, ກໍ່ພົບລິງຄະຕິດແທ່ນໂຍນີ ແລະ ແທ່ນບູຊາທີ່ເຮັດດ້ວຍຫີນຊາຍຢູ່ບໍລິເວັນຕີນຂອງຈອມເກົ້າ. ນອກນັ້ນ, ຢູ່ຕາມເປີ້ນພູຍັງໄດ້ຄົ້ນພົບຫຼັກຖານການປູກສ້າງທີ່ກ່ຽວພັນເຖິງສາສະໜາຮີນດູຂອງກຸ່ມສະຖານບູຮານວັດພູ. ຫຼັກຖານນີ້ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງພູລິງຄະປາຣະວະຕະ[2].
ພະສິວະ ແລະ ລິງຄະ
ພະສີວະແມ່ນເທບພະເຈົ້າສາສະໜາຮີນດູເຊິ່ງມີບົດບາດລວມສູນໃນລະບົົບສາສະໜາຂອງຊາດ ໄດ້ຖືກຮຽກອີກຊື່ໜື່ງວ່າພະວິສວນ ຫຼື ມະຫາເທວະ (ເທບພະເຈົ້າຜູ້ຍິງໃຫຍ່) ພະອົງນໍາສະເໜີຕົນເອງ
ໃນຫຼາຍຮູບແບບໃນເວລາດຽວກັນເປັນທັງຜູ້ມີຄວາມຮ້າຍກ້າ ແລະ ໜ້າຢ້ານກົວ, ເປັນທັງຜູ້ທີ່ມີຄວາມເມດຕາເຜີຍແພ່ ແລະ ຊ່ວຍເຫຼືອເກື້ອກູນ.
ພະສິວະຜູ້ທໍາລາຍລ້າງແມ່ນຂະຫຍາຍໄປຈາກຜູ້ໃຫ້ກໍາເນີດ, ນໍາຄວາມອຸດົມສົມບູນ ແລະ ຄວາມມ້າງຄັ້ງ ແຕກດອກອອກຜົນ, ເປັນສັນຍະລັກແຫ່ງລຶກລາງອັນດີ, ເປັນຜູ້ປິ່ນປົວພະຍາດໂລຄາ ແລະ ຄວາມເຈັບໄຂ້ໄດ້ປ່ວຍທຸກປະການ. ຄືດັ່ງກົດແຫ່ງສັດຈະທໍາ ພະອົງບໍ່ພຽງແຕ່ເຂົ້າໃຈໃນບັນດາຄຸນນະພາບແຫ່ງຄວາມຂັດແຍ້ງເຫຼົ່ານີ້ ແຕ່ຍັງເຂົ້າໃຈເລີກໄປກວ່ານັ້ນອີກຊໍ້າ, ເປັນຜູຮອບຮູ້ເໜືອຜູ້ອຶ່ນໃດໃນໂລກ ແລະ ເປັນຜູ້ສົງມີພະລັງຄອບຄອງເໜືອຈັກກະວານ ອາດຈະຍ້ອນເຫດຜົນນີ້ ໃນສີລະປະຂອງຂະແມນນັບຕັ້ງແຕ່ວັງກໍວັດເປັນຕົ້ນມາ ຮູບຂອງສີວະເທບໃນຮູບແບບຂອງມະນຸດຈຶ່ງພົບເຫັນໜ້ອຍກວ່າເມື່ອສົມທຽບກັບຮູບຂອງພະວິສະນຸ ໃນນີ້ພະອົງໄດ້ສະເໜີຕົນເອງໃນຮູບແບບຂອງລິງຄະ, ເຊິ່ງເປັນສັນຍະລັກຂອງເທບທີ່ບໍ່ມີຕົວຕົນອັນປະກອບໄປດ້ວຍຄວາມໝາຍສອງປະການຄື: ດ້ານໜື່ງແມ່ນສະແດງເຖິງການປາກົດຕົວຂອງພະລັງສຸດຍອດແຫ່ງສຸດຈະທໍາທີ່ບໍ່ປະຈັກຕາຂອງພະສິວະ, ແລະ ສະແດງເຖິງແກ່ນການແຫ່ງໂລກຈັກກະວານທີ່ວ່າໃນເວລາດຽວກັນນັ້ນທັງແບ່ງແຍກ ແລະ ທັງ ຜູກພັນສະຫວັນ ແລະ ໂລກມະນຸດເຂົ້າຫາກັນ, ສ່ວນອີກດ້ານໜື່ງສະແດງເຖິງສັນຍະລັກແຫ່ງຄວາມອຸດົມສົມບູນ ອລະ ພະລັງແຫ່ງການໃຫ້ກໍາເນີດເຖິງສີ່ງຕ່າງໆຂອງເທບ. ຄໍາວ່າ: ລິງຄະ ຕາມຄວາາມຈິງແລ້ວໃນພາສາສັນສະກິດໝາຍເຖິງ”ເຄື່ງໝາຍ” ແລະ ໂດຍສະເພາະໝາຍເຖິງອາໄວຍະວະເພດຂອງຜູ້ຊາຍ, ສັນຍະລັກນີ້ໂດຍພື້ນຖານແລ້ວຍຶດຖືເອົາຮູບຊົງຂອງເສົາສະເໝນ. ໃນທາງທໍາມະຊາດສົມມຸດຖານເໝືອນດັ່ງຈຸດໃຈກາງແຫ່ງການບູຊາພະສີວະ. ຢູ່ໃນເທວະສະຖານຂອງຊາວຂະແມນ ກໍ່ຄືຊາວອີນເດຍ ແຕ່ວ່າຮູບດັ່ງກ່າວແມ່ນນໍາໄປປະດິດສະຖານໄວ້ຢູ່ສ່ວນໃນສຸດຂອງສີມບ່ອນເຊິ່ງມີພຽງແຕ່ນັກບວດ ຫຼືກະສັດເທົ່ານັ້ນທີ່ສາມາດເຂົ້າເຖິງໄດ້.
ເທບນິຍາຍທີ່ເລົ່າກ່ຽວພັນເຖິງລິງຄະເປັນປະຈຳນັ້ນໄດ້ເວົ້າເຖິງເວລາ ເມື່ອພະພົມ ແລະ ພະວິສະນຸໄດເກີດການວິວາດກັນຂື້ນເພື່ອທີ່ຈະຊິງຕຳແໜ່ງກັນຂື້ນເປັນຜູ້ຍິ່ງໃຫຍ່. ຈາກນັ້ນເສົາທວນໄພອັນມາຫິດມາຂອງສິວະລິງຄະກໍ່ໄດ້ຜຸດຂື້ນທ່າມການເທບທັງສອງ ພພະພົມແປງເພດເປັນຫ່ານບິນທະໃຫຍ່ຂື້ນສູ່ທ້ອງຟ້າ ແລະ ສ່ວນພະວິສະນຸແປງເພດເປັນໝູປ່າໄດ້ຄວັດລົງໄປໃນພື້ນດີນເພື່ອທີ່ຈະພະຍາຍາມຊອກຫາສົ້ນສຸດຂອງເສົານີ້, ແຕ່ບໍ່ເປັນຜົນສຳເລັດເພາະເສົານີ້ບໍ່ມີແມ່ນກະທັ້ງຈຸດເລີ່ມຕົ້ນ ແລະ ຈຸດຈົບ ຈາກນັ້ນພະສິວະຈຶ່ງຊົງສະແດງພະລັງຂອງຕົນໂດຍປະກົດຕົວຢູ່ໃຈກາງຂອງລິງຄະ ແລະ ສະຖາປະນາການຮວມຕົວເຂົ້າເປັນອັນໜຶ່ງອັນດຽວຂອງເທບທັງສາມພະອົງ ແລະ ແຜ່ພະລັງໄປທົ່ວຈັກກະວານ.
ຢູ່ທີ່ວັດພູ, ນັບຕັ້ງແຕ່ເດີມມາການບູຊາລິງຄະແມ່ນຖືວ່າມີຄວາມສຳຄັນສູງສຸດຊາວຂະແມນຖືວ່າໂຂດຫີນໃຫຍ່ທຳມະຊາດທີ່ຕັ້ງຢູ່ບົນພູເກົ້າແມ່ນເປັນສະເໝືອນດັ່ງສະຢໍາພູລິງຄະ ແລື ລິງຄະທໍາມະຊາດອັນເປັນສັນຍາລັກສະແດງເຖິງການປະກົດຕົວຂອງພະສິວະເທບບົນໂລກມະນຸດ. ຮູບຄວັດຂອງພະສິວະລິງຄະທີ່ປະດິດສະຖານຢູ່ດ້ານໃນຂອງວິຫານວັດພູແມ່ນຖືກຫົດສົງຢ່າງຕະຫຼອດການດ້ວຍບໍນໍ້າທຳມະຊາດທີ່ໄຫຼອອກມາຈາກພູສັກສິດລິງຄະປາຣະວະຕະ. ນໍ້າສັກສິດນີ້ພາຍຫຼັງທີ່ຫົດສົງລິງຄະແລ້ວໄດ້ໄຫຼຜ່ານອອກໄປສູ່ດ້ານນອກຂອງວິຫານ ແລະ ລະບາຍຕໍ່ໄປຍັງໜອງສະ ເພື່ອນຳເອົາຄວາມຊຸ່ມເຢັນ ແລະ ຈະເລີນງອກງາມ ຈາກພະສິວະໄປສູ່ທົ່ງພຽງ. ຕາມຄວາມເປັນຈິງແລ້ວລິງຄະແມ່ນພະລັງແຫ່ງການໃຫ້ກໍາເນີດແກ່ຊີວິດຕະຫຼອດເຖິງການຄົງຕົວ ແລະ ການສູນສະລາຍຂອງຊັບພະຊີວິດທັງປວງ.
ອີງຕາມຄໍາພິແລ້ວ ລິງຄະແບ່ງອອກເປັນ 3 ສ່ວນຄື: ສ່ວນລຸ່ມສຸດເປັນຮູບສີາຫຼຽມ ເຊິ່ງໝາຍເຖິງ ພະພົມ (ພຣົມມະພາຄ), ສ່ວນກາງເປັນຮູບແປດຫຼ່ຽມ ເຊິ່ງໝາຍເຖິງພະວິສະນຸ (ວິສະນຸພາຄ) ແລະ ສ່ວນເທິງສຸດເປັນຮູບກົມ ໝາຍເຖິງລິງຄະເອງ ສະແດງເປັນ ຣຸທຣະ ຫຼື ພະສີວະ (ຣຸທຣະພາຄ).
ໂດຍທົ່ວໄປແລ້ວ, ໃນສີສະປະຂອມໃນຍຸກບູຮານ ມີພຽງແຕ່ສ່ວນເທິງຂອງລິງຄະເທົ່ານັ້ນປາກົດຕົວ ແລະ ເປັນພຽງສ່ວນໜື່ງຂອງລິງຄະເທົ່ານັ້ນທີ່ເປັນທີ່ສັກກະລະບູຊາ, ສ່ວນວ່າພາກສ່ວນກາງ ແລະ ລຸ່ມສຸດໄດ້ຖືກອຸປະມາວ່າຖືກຝັງຢູ່ໃນດິນ ແລະ ປິດບັງດ້ວຍແທນໂຍນີ ຮູບຄ້າຍອ່າງເກັບນໍ້າ (ສະນານະໂທຣນີ) ຊຶ່ງໝາຍເຖິງເທບສະຕຣິ ຫຼື ອະໄວຍະວະຂອງຜູ້ຍິງ (ໂຍນີ) ແລະ ມີຮາງລິນນໍ້ານົມເພື່ອລະບາຍນໍ້າສັກສິດອອກໄປດ້ານນອກ. ໃນຍຸກອັງກໍວັດ ຮູບລິງຄະ ທີ່ປະກອບດ້ວຍສາມພາກສ່ວນມີສັດສ່ວນສະເໝີກັນນັ້ນຖືວ່າໄດ້ພົບເຫັນຢ່າງກວ້າງຂວາງທີ່ສຸດ.
ຮູບແກະສະລັກຈາກເທບນິຍາຍນີ້ສະແດງເຖິງພະສີວະຕອນທີ່ຢູ່ໃນຮູບຂອງລິງຄະຄວັດລົງບົນແຜ່ນທັບຫຼັງຢູ່ວັດແອັງຄະນາ (ສະຕະວັດທີ 7) ລິງຄະອ້ອມລ້ອມໄປດ້ວຍແປວໄຟ ແລະ ມີຮູບໃບໜ້າຂອງພະສີວະຢູ່ໃຈກາງ. ຢູ່ດ້ານຂວາ ແລະ ດ້ານຊ້າຍແມ່ນພະພົມ ແລະ ພະວິສະນຸຢູ່ໃນຮູບຂອງຫ່ານ ແລະ ໜູປ່າ[3].
ພະສິວະ ແລະ ສັກຕິ
ພະສິວະຖືວ່າເປັນເທບຊື່ງລວມເອົາທັງຄຸນລັກສະນະຂອງເພດຍິງ ແລະ ເພດຊາຍຢູ່ໃນອົງດຽວກັນ. ການນໍາສະເໜີໃນຮູບແບບຂອງເພດຍິງໃນຮ່າງຄີງດຽວກັນນີ້ສະແດງເຖິງການແປງເພດເປັນສັກຕິອັນໝາຍເຖິງ ພະລັງແຫ່ງການສ້າງໂລກ ແລະ ການທໍາລາຍລ້າງໂລກຊື່ງປຽບດັ່ງຜູ້ຍິງ. ໂດຍທົ່ວໄປແລ້ວຢູ່ໃນສີລະປະຂອງຂະແມ ຄຸນລັກສະນະຂອງການນໍາສະເໜີເທບແບບສອງເພດໃນອົງດຽວກັນຄືເຊັ່ນນີ້ມັກຈະພົບເຫັບຮູບຂອງພະສິວະ ແລະ ມະເຫສີພະປະຣະວະຕິນັ່ງບົນງົວນັນທິ ອັນສະແດງເຖິງ ຕົ້ນແບບຫົວໜ່ວຍຄອບຄົວແຫ່ງໂລກມະນຸດຄືດັ່ງຕົວຢ່າງທີ່ສະແດງອອກຢູ່ໃນສີໜ້າຂອງໂຮງຊາວດ້ານເໜືອຂອງວັດພູ, ການສັງລວມເທບພະເຈົ້າທັງສອງເຂົ້າໃນອົງດຽວກັນນີ້ໄດ້ກາຍເປັນຮູບແບບທີ່ມີເອກະລັກສະເພາະຢ່າສົມບູນພາຍໃຕ້ພະນາມວ່າອັນທະນະ - ເຮສວນດ ເຊີ່ງມີຄວາມໝາຍວ່າ “ ເທບຊື່ງມີສ່ວນໜື່ງເປັນຜູ້ຍິງ ’’ ຄຸນລັກສະນະຈຸດພິເສດຂອງຮູບຮ່າງຄີງແມ່ນວ່າສ່ວນກໍ້າຂວາສະແດງເປັນເພດຊາຍ ແລະ ກໍ້າຊ້າຍສະແດງເປັນເພດຍິງກ ເທວະຮູບຄືເຊັ່ນນີ້ເຄີຍໄດ້ພົບຫຼາຍຢູ່ໃນສີລະປະອິນເດຍ, ແຕ່ວ່າຫາຍາກທີ່ສຸດໃນສີລະປະແບບຂະແມ. ຢູ່ພາຍໃນສິມຂອງວັດພູເຄີຍໄດ້ຄົ້ນພົບສີ້ນສ່ວນຂອງເທວະຮູບອົງໜື່ງມີລັກສະນະ
ພະວິສະນຸ
ຢູ່ໃນສາສະໜາຮີນດູ ເຊື່ອວ່າ ພະວິສະນຸ ເປັນເທບພະເຈົ້າທີ່ຮັກສາກົດສະຫວັນ ແລະ ຄ່ວຍປົກປັກຮັກສາສັບພະສັດທັງມວນ. ການເຄົາລົບບູຊາແມ່ນເພື່ອຂໍຄວາມສະຫວັດດີພາບແກ່ຊີວິດປະຈໍາວັນ, ປະທານຄວາມເມດຕາ ແລະ ຄຸນຄວາມດີໃຫ້ແກ່ຕົນ. ຢູ່ໃນສີລະປະຂອງຊາວຂະແມນຮູບພະວິສະນຸປະກອບມີ 4 ແຂນ ຖືສັນຍາຕ່າງກັນເຫຼົ່ານີ້:
- ຫວຍສັງ, ສັນຍາລັກແຫ່ງການກໍາເນີດ.
- ຈານ, ອາວຸດທີ່ຊົງອະນຸພາບໃຊ້ໃນລະຫວ່າງການຕໍ່ສູ້ກັບສັດຕູ.
- ຄ້ອນຕະບອງເພັດ (ຄະທາ) ສັນຍາລັກຂອງຄວາມຍຸດຕິທໍາ.
- ວັດຖຸທີ່ມີຮູບມົນແທນໃຫ້ແກ່ໂລກມະນຸດ.
ຢູ່ໃນທ້າຍວັດທະຈັກພາຍຫຼັງໂລກນີ້ຖືກທໍາລາຍໃນແຕ່ລະຄັ້ງພະວິສະນຸເຊື່ອວ່າເປັນຜູ້ນອນແຜ່ຄຸນນະທໍາຢູ່ໃນທ້ອງມະຫາສະໝຸດລາຕຣີແຫ່ງຈັກກະວານ. ໃນເລື່ອງນີ້ຈະເຫັນຮູບເທບພະເຈົ້ານອນຢູ່ເທິງຫຼັງພະຍານາກຊື່ອານັນຕາທີ່ລອຍຢູ່ເທິງໜ້ານໍ້າ ຮູບນີ້ຖືກນິຍົມຢ່າງແຜ່ຫຼາຍຢູໃນສິລະປະຂອງຊາວຂະແມນນັບແຕ່ຍຸກກ່ອນອັງກໍວັດເປັນຕົ້ນມາ.
ໃນເລື່ອງນີ້ບາງຄັ້ງຈະເຫັນພະພົມນັ່ງຢູ່ເທິງດອກບົວທີ່ຜຸດຂຶ້ນຈາກສາຍບືຂອງພະວິສະນຸ ແລະ ໃຫ້ກໍາເນີດແກ່ສີ່ງຕ່າງໆຄືນໃໝ່ ໜື່ງໃນບັນດາຄວາມເຊື່ອກ່ຽວກັບພະວິສະນຸແມ່ນເລື່ອງອະວະຕານ ຫຼື ເລື່ອງເທບພະເຈົ້າລົງມາກໍາເນີດຢູ່ບົນໂລກມະນຸດ. ທຸກໆຄັ້ງທີ່ກົດສະຫວັນລົບລູ່ດ້ວຍອະທໍາ ພະສິວະ ໄດ້ລົງມາສູ່ໂລກມະນຸດກັບກາຍເປັນແຜ່ນດິນທີ່ປະກອບພາລະກິດທີ່ຈໍາເປັນ ແລະ ຄືນສະພາບເດີມໃຫ້ແກ່ໂລກມະນຸດ ອີງຕ່ມຂໍ້ຄວາມໃນຕົ້ນສະບັບຂອງພະຄໍາພິການລົງມມາກໍາເນີດນັ້ນມີເຖິງ 10 ຄັ້ງ ບາງຮູບອາວະຕາຂອງພະວິສະນຸທີີ່ກ່າວເຖິງຢ້າງເປັນປະຈໍາຢູ່ໃນນິທານສາສະໜາຂອງຊາວຂະແມນເຊັ່ນ: ກຣູມາອະວະຕານ ຫຼື ການລົງມາເກີດເປັນເຕົ່າຢູ່ພູເຂົາມັນດາຣາໃນຂະນະປັ່ນມະຫາສະໝຸດນໍ້ານົມເພື່ອໃຫ້ກາຍເປັນນໍ່າສັກສິດ (ນໍ້າອໍາມະລິດ) ສ່ວນຮູບແບອຶ່ນໆ ທີ່ປາກົດເຫັນຢູ່ຕາມໜ້າທວນຫໍໄຫວ້ຂອງຊາວຂະແມນ ພະວິສະນຸເຫັນຢູ່ໃນຮູບຂອງພະຣາມ ແລະ ກຣິດສະນະຕົວລະຄອນເອກຂອງເລື່ອງຣາມາຍະນະ ແລະ ມະຫາພາຣະຕະນິທານໃນພະຄໍາພິທີມີຊື່ສຽງຂອງອິນເດຍ.
ເທບພະເຈົ້າທີ່ບໍມີສຽນທີ່ວາງສະແດງທັງສອງອົງນີ້ເປັນຕົວຢ່າງສະແດງໃຫ້ເຫັນລັກສະນະຄວາມອ່ອນຊ້ອຍຂອງຮູບແກະສະລັກຍຸກກ່ອນອັງກໍວັດ. ຫົວພະວິສະນຸອາຍຸຮ່ວມສະໄໝດຽວກັນໃຊ້ວາງສະແດງຢູ່ທີ່ນີ້ເປັນຕົວຢ່າງທາງດ້ານສີລະປະໂດຍສະເພາະມີຂະໜາດເທົ່າກັບຫົວຂແງຄົນເຮົາ ສວມກະບັງກົມເປັນພິເສດ[4].
ພະຍາຄຸດ ( ຄາຣຸດະ )
ພະຍາຄຸດ ນົກຕາມເທບນິຍາຍອັນກ່ຽວໂຍງກັບດວງອາທິດ ແລະແສງຂອງອາທິດໄດ້ມີການເຄົາລົບບູຊາມາຕັ້ງແຕ່ສະໄໝບູຮານໃນນາມເປັນພາຫະນະ ( ວາຫະນະ ) ຂອງພະວິສະນຸ, ການສະແດງເປັນຜູ້ມີຄຸນລັກສະນະຂອງພະອາທິດຂອງພະເຈົ້າ. ພະຍາຄຸດຮູ້ກັນວ່າເປັນສັດຕູກັບພະຍານາກ ແລະ ໄດ້ຮັບການເຄົາລົບບູຊາຄືເທພະເຈົ້າຜູ້ທີ່ມີຢາວິເສດປ່ນປົວງູກັດ ແລະ ຕ້ານພິດໄດ້ ການເປັນສັດຕູກັນນີ້ຊີ້ໃຫ້ເຫັນເຫດຜົນຂອງມັນໃນແງ່ຂັດແຍ້ງກັນຂອງກົດເກນທໍາມະຊາດສອງຢ່າງຄື: ຢ່າງໜື່ງແສງສະຫວ່າງ ແລະ ຄວາມຮ້ອນຂອງຕາເວັນມີນົກເປັນເຄື່ອງໝາຍ, ອີກຢ່າງໜື່ງຄວາມມືດຂອງນໍ້າມີພະຍານາກປົກປັກຮັກສາ.
ຈາກສະຕະວັດທີ່ 6 – 12 ມັນໄດ້ກາຍເປັນສີ່ງສໍາຄັນຢ່າງບໍ່ເຄີຍມີມາກ່ອນໃນປະເພນີນິຍົມກ່ຽວກັບຮູບຂອງຊາວຂະແມ. ໂດຍທົ່ວໄປແລ້ວຈະເຫັນໂຕເປັນຄົນຫົວເປັນນົກ, ມີປີກ ແລະ ແຂ່ງເປັນໜາມ.
ພະຍາຄຸດທີ່ວາງສະແດງຢູ່ທີ່ນີ້ຄົ້ນພົບພົບຢູ່ໄກ້ກັບນໍ້າທ່ຽງຂ້າງເບື້ອງຫຼັງຂອງຫໍໄຫວ້ທີ່ວັດພູ ແລະເປັນທີ່ເຊື່ອກັນວ່າ “ ພະຍາຄຸດ ປະຈໍາຢູ່ທີ່ບໍ່ນໍ້າ ” ( ປາກມັງເຈ 1914, P…) ຄວາມຈິງແລ້ວແມ່ນສ່ວນໜື່ງຂອງການປະດັບຢູ່ຖໍ້າຫີນໃນສະໄໝບູຮານ. ເຖີງແມ່ນຈະແຕກເປັນຫຼາຍສ່ວນແຕ່ກໍ່ເປັນສີ່ງທີ່ສົນໃຈ ( ຫຼື ເປັນສີ່ງທີ່ໜ້າສົນໃຈຢ່າງຍີ່ງ ) ເພາະວ່າມັນໄດ້ສະແດງໃຫ້ເຫັນລັກສະນະຮູບຊົງສະໄໝເລີ່ມຕົ້ນຂອງຍຸກກ່ອນອັງກໍວັດ ແລະ ຖືວ່າເປັນຮູບພະຍາຄຸດທີ່ເກົ່າແກ່ທີ່ສຸດທີ່ໄດ້ຖຶກກ່າວຢູ່ໃນເລື່ອງລາວຂອງຊາວຂະແມນ[5].
ສາສະໜາພຸດໃນໄລຍະເລີ່ມຕົ້ນຂອງຍຸກອັງກໍວັດຢູ່ເຂດພື້ນທີ່ຈໍາປາສັກ
ນັບແຕ່ໄລຍະທໍາອິດຂອງຍຸກຂະແມ ( ສະຕະວັດທີ 6 – 8 ) ພຸດທະສາສະໜາໄດ້ປະຮ່ຶງຮອຍໄວ້ໃນເຂດພື້ນທີ່ຈໍາປາສັກຊີ້ໃຫ້ເຫັນວ່າປະຊາຊົນໄດ້ເຄົາລົບນັບຖືຄູ່ຄຽງກັບສາສະໜາຮີນດູ. ສີມເກົ່າ ແລະ ປະຕິມະກໍາທີ່ຖຶກຄົ້ນພົບຢູ່ໃນແຕ່ລະບ່ອນພາຍໃນພື້ນທີ່ນີ້ແມ່ນຫຼັກຖານທາງດ້ານບູຮານຄະດີຍັ້ງຢືນໃຫ້ຮູ້ຢ່າງເດັ່ນຊັດ. ຢູ່ບ້ານວັດນະຄອນເມືອງຈໍາປາສັກ ມີການຄົ້ນພົບສິມເກົ່າໂດຍບັງເອີນ ສຽນ ແລະ ຊີ້ນສ່ວນອື່ນໆຂອງພະພຸດທະຮູບທີ່ວາງສະແດງຢູ່ໃນພາກນີ້ໄດ້ຖຶກຄົ້ນພົບຢູ່ໃນບ່ອນດຽວກັນເຊີ່ງເປັນສີລະປະພາຍໃຕ້ອິດທິພົນຂອງມອນ - ທະວາຣາວະດີ. ຢູ່ໃນໄລຍະກ່ອນອັງກໍວັດພຸດທະສາສະໜາ ລັດທິມະຫາຍານ ( ຍານໃຫຍ່ ) ລັດທິທີ່ຍຶດໝັ້ນໃນຫຼັກການຂອງຄວາມກະລູນາໄດ້ເປັນທີ່ນິຍົມນັບຖືຢ່າງກ້ວາງຂວາງໃນໝູ່ຊາວຂະແມ.
ຢູ່ໃນສີລະປະຂອງຂະແມ ພະພຸດທະຮູບມີການຄຸມຜ້າຕາມແບບຂອງນັກບວດ, ຊົງຜົມຂອດກົ້ນຫອຍລຽງກັນເປັນຖັນ ແລະ ມີເກົ້າຜົມ ( ອຸນິສາ ) ຕັ້ງຢູ່ເທິງກາງຫົວຕີ່ງຫູຢ່ອນລົງຕໍ່າ, ທີ່ເປັນເຄື່ອງໝາຍຂອງຄວາມເສຍສະຫຼະ ແລະ ມີຮູບຢູ່ໃນ ທ່າຢືນສະແດງທໍາ, ນັ່ງຂັດສະມາທິ ຫຼື ນັ່ງແບບຊາວເອີຣົບພ້ອມທັງວາງມືຢູ່ໃນທ່າ ( ມຸທຣະ ) ຕ່າງໆຄື: ທ່າຊະນະມານ, ທ່າສະແດງທໍາ, ທ່າສຳມາທິ ແລະ ອື່ນໆ[6].
5. ຄວາມເປັນມາຂອງວັດພູ
ຈາກຫຼັກຖານທາງສີລາຈາລຶກ, ປະສາດຫີນວັດພູຖືກສ້າງຂຶ້ນໃນສະຕະວັດທີ 7 ແຕ່ຜາສາດເດີມແມ່ນໄດ້ເກົ່າແກ່ຊຸດໂຊມ ແລະ ພັງທະລາຍໄປໝົດແລ້ວ, ຕໍ່ມາໃນສະຕະວັດທີ 12 ເຊິ່ງເປັນສະໄໝຂອງ ພະເຈົ້າ ໄຊຍະວໍລະມັນ ທີ 7 ກະສັດອົງສຸດທ້າຍຂຶ້ນປົກຄອງແຜນດີຂະເມນ ຈຶ່ງໄດ້ສ້າງປະສາດຫີນໃໝ່ເຊິ່ງກວມເອົາຜາສາດຫີເກົ່າ ແລະ ມີການຕໍ່ເຕີມຜາສາດຫີນໃໝ່ມາເລື້ອຍໆ ແລະ ຫຼັງຈາກນັ້ນມາເປັນເວລາອັນຍາວນານຜາສາດຫີນປະສາດຫີນໄດ້ຫັກພັງ ແລະ ຍັງເຫຼືອແຕ່ຊາກສົບໃຫ້ເຮົາໄດ້ຊົມມາຈົນເຖິງປັດຈຸບັນ.
ນັກບູຮານຄະດີສັນນິຖານວ່າ ຜາສາດຫີນວັດພູຖືກສ້າງຂຶ້ນກ່ອນຍຸກສະໄໝອັງກໍວັດທີ່ກໍາປູເຈຍ, ເຊິ່ງອານະຈັກຂະເມນໄດ້ເຜີຍແຜ່ອໍານາດອະທິປະໄຕຖິແຄວ້ນຈໍາປາສັກ.
ວັດພູເປັນປູສະນີຍະສະຖານທີ່ມີອິດທິພົນທາງດ້ານວັດທະນະທໍາມາຈາກຫຼາຍແຫຼ່ງເຊິ່ງລວມມີສີລະປະຂອມ, ຮີນດູ ແລະ ພຸດ ຕາມຮ່ອງຮອຍຫຼັກຖານທີ່ສະແດງໃຫ້ເຫັນໃນລວດລາຍສີລະປະຕາມສະຖານທີ່ຕ່າງໆໃນຂົງເຂດວັດແຫ່ງນີ້ບໍ່ວ່າຈະເປັນຮີດຄອງ ຫຼື ການເຊື່ອຖືໃຫ້ເຮົາເຫັນມາຮອດປັດຈຸບັນ. ວັດພູເລີ່ມສ້າງມາແຕ່ ຈ.ສ 1000 ກໍ່ຄືສີລະປະ ແລະ ການເຊື່ອຖືໃນເທບພະເຈົ້າຂອງສາສະໜາຮີນດູ ຈາກປາກົດການທໍາມະຊາດພູເກົ້າເປັນຈຸດປະກາຍຫຼັກໃນການມາສ້າງວັດພູ.
ສ່ວນປະກອບຂອງວັດມີຮູບຊົງໄຕມຸມ, ເປັນລໍາດັບຄືມີການຄິດໄລ່ທີ່ຊັດເຈນເຊັ່ນ: ຮ່ອງນໍ້າສັກສິດທີ່ສົ່ງນໍ້າຍາວຢຽດອອກໄປເຖິງ 10 ກິໂລແມັດທີ່ສ້າງໂດຍການອ້າງໃຫ້ຮູ້ເຖິງການອອກແບບຄັ້ງທໍາອິດຂອງສັງຄົມໃນປະຫວັດສາດນໍາອີກ, ດ້ວຍປັດໄຈອຶ່ນໆດ້ວຍການມີອໍານາດແຊກແຊງລັດທິອິນດູ ແລະ ການເລືອກສະຖານທີ່ສ້າງວັດພູແມ່ນເລືອກເອົາເສັ້ນຂະໜານທິດຕາເວັນອອກ-ຕາເວັນຕົກເປັນຫຼັກເຊັ່ນດຽວກັນກັບຈອມພູເກົ້າເຊິ່ງປະກອບກັບປາກົດການທາງທໍາມະຊາດປະກອບກັບແນວຄິດຂອງພຣະສີວະສາສະໜາຮີນດູ.ການຖືາເວັນຂຶ້ນກໍ່ມີສ່ວນກ່ຽວຂພັນກັບພຣະສີວະ. ດັ່ງນັ້ນ, ມັນຈຶ່ງເກີດໃຫ້ມີການເລືອກທິດທາງໃຫ້ມັນໄປລວງດຽວກັບທິດຕາເວັນອອກ-ຕາເວັນຕົກ. ຫຼັງຈາກຫຼາຍສະຕະວັດຂອງການລີ້ຊ້ອນໃນຄວາມຊຸດໂຊມ ຖືກປົກປິດໄວ້ໃນປ່າ, ນັກສໍາຫຼວດຊາວຝຣັ່ງ ທ່ານ ອອງຣີ ປາກມອງຈີເອ ຈຶ່ງໄດ້ຄົ້ນພົບວັດພູຄືນອີກໃນປີ 1914. ຫຼັງຈາກໄດ້ຖ່່າຍຮູບໃນສະຖານທີ່ແຫ່ງນີ້ ແລະ ກໍ່ມິດງຽບຫາຍໄປໂດຍບໍ່ໄດ້ໃຫ້ຄວາມສໍາຄັນຕໍ່ສະຖານທີ່ນີ້ອີກ[7]. ຫຼັງຈາກນັ້ນກໍ່ກັບມາມີຄວາມສົນໃຈອີກເທືອໜຶ່ງໃນປີ 1980 ເວລາທີ່ອົງການຢູເນັດສໂກ (UNESCO) ໄດ້ເລີ່ມຕົ້ນລົງໄປສໍາຫຼວດດ້ານບູຮານສະຖານຂອງສະຖານທີ່ແຫ່ງນີ້ການລົງສໍາຫຼວດໃນຄັ້ງນີ້ໄດ້ນໍາໄປສູ່ການຈົດບັນທຶກເຂົ້າເປັນມໍລະດົກໂລກພາຍໃຕ້ 3 ເງືອນໄຂຄື[8]:
1. ວັດຖຸໃນສະຖານທີ່ເປັນຫຼັກຖານອັນໂດດເດັ່ນໃນອາຊີອາຄະເນທີ່ຈະເລີນຮຸ່ງເຮືອງໃນສະໄໝ ສະຕະວັດທີ່ 10-14.
2. ຫົດຄິດປະດິດສ້າງ, ອາຄານສະຖານ ແລະ ການອອກແບບແມ່ນມີຄວາມກົມກຶ່ນກັບສະພາບແວດລ້ອມທໍາມະຊາດທີ່ເຫັນໃນຜາສາດຫີນວັດພູກໍ່ຄືສີ່ງທີ່ເຫັນສະຫວ່າງພູເຂົາ ແລະ ແມ່ນໍ້າຂອງປີ່ນໜ້າໄປທາງທິດຕາເວັນອອກ ການກໍ່ສ້າງອອກແບບແມ່ນມີຄວາມສວຍສົດງົດງາມ
3. ການກໍ່ສ້າງອາຄານສະຖານທີ່ແມ່ນການສົ່ງເສີມສາສະໜາຮີນດູທີ່ມີຄວາມເຊື່ອສັດທາຂອງຄົນໃນສະໄໝກ່ອນທີ່ເຫັນວ່າໃນພື້ນທີ່ມີຄວາມສັກສິດ ຫຼື ການກໍ່ສ້າງຕ່າງໆແມ່ນມີການກາບໄຫວ້ສັກກາລະບູຊາແມ່ແຕ່ກະສັດອົງຕ່າງໆກໍ່ມີຄວາມເຄົາລົບໃນເທບພະເຈົ້າພຣະສີວະ ທີ່ມີການແກະສະລັກເປັນຮູບລິງຄະ ກັບ ສັກຕິ.
ຈາກ 3 ເງື່ອນໄຂທີ່ກ່າວມາຂ້າງເທິງນັ້ນ ອົງການ UNESCO ຈຶ່ງໄດ້ເອົາຜາສາດຫີນວັດພູເປັນມໍລະດົກໂລກ ໃນວັນທີ 16 ເດືອນ 12 ປີ 2001
Comments
Post a Comment