ວັດພູສ່າເຫຼົ້າ


  ພູສ່າເຫຼົ້າ

  ພາບລວມ 


    ພູສາເຫຼົ້າຕັ້ງຢູ່ບ້ານຄັນແຍງ ເມືອງໂພນທອງ ແຂວງຈຳປາສັກ ຫ່າງຈາກເທດສະບານເມືອງນີ້ໄປ 5 ກິໂລແມັດ, ທາງຂື້ນຕິດກັບສົ້ນຂົວຂ້າມນໍ້າຂອງ ມິດຕະພາບລາວ-ຍີປຸ່ນ. ວັດພູສ່າເຫຼົ້າຕັ້ງຢູ່ເທິງໜ່ວຍພູທີ່ເຕັມໄປດ້ວຍທຳມະຊາດ, ປ່າໄມ້ທີ່ອຸດົມສົມບູນ, ຖໍ້າພະທີ່ມີວັດຖຸບູຮານ, ຮ່ອງຮອຍປະຫວັດສາດທາງສາດສະໜາໃນສະໄໝກ່ອນ. ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ໃກ້ກັບຕົວເມືອງປາກເຊ ແລະ ສາມາດແນມເຫັນພະພຸດທະຮູບອົງໃຫຍ່ທີ່ຕັ້ງຢູ່ເທິງພູໄດ້ຈາກຟາກຂອງເມືອງປາກເຊ.
  
ວັດພູສ່າເຫຼົ້າແມ່ນຕັ້ງຢູ່ເທິງພູ, ມີຫົນທາງເປຕົງທີ່ສາມາດນຳພາຫະນາຂື້ນໄປ
ເທິງວັດໄດ້ສະດວກສະບາຍ ແລະ ຍັງມີການສ້າງສາລາ ກຸຕິ ປະຕິບັດທັມ, ການທະຖວາຍຮູບປັນພະພຸດທະຮູບພະປາງຕ່າງ, ການຫຼໍ່ປັ້ນພະພຸດທະຮູບໃຫຍ່, ການສ້າງສາລາໂຣງທັມ ແລະ ສາລາຫໍໄຊ ຈາກການບູລະນະສ້າງສາພັດທະນາຂອງ ພຣະຄຣູ ອະນາວິໂຣ ບຸນທອງວິປະໄຊຍ໌ ( ພຣະອາຈານ ຊາໂງນ ) ແລະ ການອຸປະຖຳຂອງປະຊາຊົນທີ່ມາຈາກທົ່ວທຸກສາລະທິດທີ່ມີຄວາມເຫຼື້ອມໃສສັດທາໃນການບໍລິຈາກທຶນກໍ່ສ້າງໂຄງການຕ່າງໆຈົນເຮັດໃຫ້ວັດພູສ່າເຫຼົ້າມີຄວາມເປັນເອກະລັກແລະດຶງດູດໃຈນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າມາທ່ຽວຊົມຫຼາຍຂື້ນເລື້ອຍໆ




 

ລັກສະນະເດັນຂອງແຫຼ່ງທ່ອງທ່ຽວ
ປັດຈຸບັນ ພູສາເຫຼົ້າ ແມ່ນເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທ່ີ່ມີຊື່ສຽງດ້ານທຳມະຊາດ ແລະ ວັດທະນະທຳ ແລະ ຍັງເປັນສະຖານທີ່ທ່ອງທ່ຽວທີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ເພາະເປັນສະຖານທີ່ທ່ອງທ່ຽວທີ່ໃກ້ກັບຕົວເມືອງປາກເຊ ແລະ ການເຂົ້າເຖິງມີຄວາມສະດວກ. ເມື່ອຂື້ນໄປຮອດວັດເທິງພູແລ້ວກໍຈະສຳພັດໄດ້ເຖິງອາກາດສົດຊື່ນເຢັນສະບາຍ, ເຊິ່ງເໝາະສຳລັບການພັກຜ່ອນຢ່ອນໃຈຂອງຜູ້ຄົນບໍ່ໜ້ອຍກໍ່ຫຼາຍ ພ້ອມທັງເຫັນວິວທິວທັດງາມໆຂອງຕົວເມືອງປາກເຊ.



ຈຸດເດັນທີ່ຂອງວັດພູສ່າເຫຼົ້າທີ່ນອກຈາກປະຫວັດທີ່ໜ້າສົນໃຈແລ້ວກໍ່ຍັງມີ ການກາບໄຫວ້ພະແກ້ວມໍລະກົດທັງສາມລະດູ ແລະ ຮູບປັ້ນພະພຸດທະຮູບຕ່າງໆທີ່ຕັ້ງລຽນກັນເກືອບ 300 ອົງທີ່ປະຊາຊົນນຳມາທະຖວາຍ, ການຕີລະຄັງລັ່ນຄ້ອງເພື່ອເສີມຄວາມເປັນສິລິມົງຄົນໃຫ້ກັບຕົນເອງ, ການຊົມທັດສະນິຍະພາບຕະເວັນຕົກດິນ ແລະ ແສງສີໃນຍາມແລງຂອງເມືອງປາກເຊ.

 






ຄວາມເປັນມາຂອງແຫຼ່ງທ່ອງທ່ຽວ
ຊື່: ‘’ ພູສ່າເຫຼົ້າ ‘’ ນີ້ແມ່ນໄດ້ມີທີ່ມາຈາກນິທານ ‘’ ທ້າວບາຈຽງ ແລະ ນາງມະໂລງ ‘’ ໃນສະໄໝນັ້ນ ທ້າວບາຈຽງ ແລະ ນາງມະໂລງ ໄດ້ຮັກມັກກັນແບບບ່າວສາວ ເຂົາທັງສອງກໍ່ໄດ້ສັນຍາຜູກໝັ້ນກັນວ່າ: ໃຫ້ ທ້າວບາຈຽງ ໄປສູ່ໄປຂໍເອົານຳພໍ່ນຳແມ່ຂອງນາງມະໂລງ. ຢູ່ຕໍ່ມາ ນາງມະໂລງ ກໍ່ໄດ້ໄປຮັກມັກກັບ ທ້າວຈຳປາສັກ ແລະ ຈິດໃຈຂອງນາງມະໂລງແມ່ນມອບໃຫ້ ທ້າວຈຳປາສັກ ແຕ່ພຽງຜູ້ດຽວ. ໃນເມື່ອຮອດເວລານັດໝາຍກັນແລ້ວນັ້ນ ທ້າວບາຈຽງ ກໍ່ໄດ້ຫ້າງຫາກະກຽມແຫ່ຂັນໝາກມາຂໍເອົາ ນາງມະໂລງ ຕາມພໍ່ແມ່ຂອງນາງໄດ້ສັນຍາໄວ້. ເມື່ອເວລາແຫ່ມາຮອດເມືອງເກົ່າກິ່ງ ທ້າວບາຈຽງ ກໍ່ໄດ້ຂ່າວວ່າ ນາງມະໂລງ ໄດ້ລັກໜີໄປນຳ ທ້າວ ຈຳປາສັກ ແລ້ວ. ທ້າວບາຈຽງ ຈື່ງມີຄວາມໂສກເສົ້າເສຍໃຈຫຼາຍ ຈຶ່ງໄດ້ເທຂັນໝາກ, ເຂົ້າຂອງເງິນຄຳຕ່າງໆທີ່ຈະມາແຕ່ງດອງ, ເຫຼົ້າໄຫໄກ່ໂຕທີ່ກຽມມານັ້ນຖິ້ມ ກ່ອນຈະຂ້າຕົວຕາຍ ທ້າວ ບາຈຽງ ໄດ້ສາບແຊ່ງໃຫ້ ນາງມະໂລງ ແລະ ທ້າວຈຳປາສັກ ບໍ່ສົມຫວັງໃນຄວາມຮັກ, ຄຳສາບແຊ່ງຂອງ ທ້າວບາຈຽງ ຮຸນແຮງຫຼາຍຈຶ່ງເຮັດໃຫ້ ນາງມະໂລງ ແລະ ທ້າວຈຳປາສັກ ເສຍຊີວິດໃນຊ່ວງທີ່ໜີຕາມກັນ ກາງມະຫານ ສີ່ພັນດອນ. ຕຳນານໂຊກຄະນາດຕະກຳຄວາມຮັກເລື້ອງນີ້ໄດ້ຖິ້ມຮ່ອງຮອຍໄວ້ຈຶ່ງເປັນທີ່ມາຂອງບັນດາຊື່ພູຕ່າງໆໃນປັດຈຸບັນເຊັ່ນ: ພູສ່າເຫຼົ້າ, ພູກອງໄກ່, ພູບາຈຽງ, ພູມະໂລງ, ພູຈຳປາສັກ ແລະ ຕາດຜາສ້ວມ.

ຄວາມໝາຍຄວາມສຳຄັນ
ພູສ່າເຫຼົ້າມີຄວາມໝາຍຄວາມຄວາມສຳຄັນຫຼາຍຕໍ່ປະຊາຊົນລາວ ແລະ ຜູ້ຄົນໃນຂົງເຂດແຂວງຈຳປາສັກເພາະວັດພູສ່າເຫຼົ້ານອກຈາກສະເປັນສະຖານທີ່ທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ເປັນສະຖານທີ່ກາບໄຫວ້ເຄົາລົບນັບຖືກຂອງປະຊາຊົນແລ້ວ ວັດພູສ່າເຫຼົ້າຖືວ່າເປັນສະຖານທີ່ຈາລຶກຮ່ອງຮອຍຕຳນານ ‘’ ທ້າວບາຈຽງ ແລະ ນາງມະໂລງ ’’ ເຊິ່ງຖືເປັນຕຳນານເກົ່າແກ່ຄູ່ບ້ານຄູ່ເມືອງຂອງປະຊາຊົນ ແຂວງຈຳປາສັກ ແລະ ຄົນລາວທົ່ວປະເທດ.

ຄວາມຜູ້ພັນເພິ່ງພາອາໃສກັນລະຫວ່າງຊາວບ້ານ, ນັກທ່ອງທ່ຽວ ກັບ ນັກທ່ອງທ່ຽວ

ຈາກການລົງພື້ນທີ່ສຶກສາໂດຍລວມແລ້ວປະຊາຊົນໃນຂົງເຂດນັ້ນເປັນຄົນມີນໍ້າໃຈ, ມີຄວາມເປັນກັນເອງ, ມີຄວາມເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນຄືກັບຄົນໃນຄອບຄົວ. ສຳລັບນັກທ່ອງທ່ຽວຕ່າງກໍມີອັດທະຍາໃສດີ, ມີນ້ຳໃຈ, ຮອຍຍິ້ມ ແລະ ມິດຕະພາບທີ່ດີໃຫ້ກັນ
ຮັກສາສິ່ງແວດລ້ອມ ແລະ ທຳມະຊາດ
ສະພາບແວດລ້ອມພາຍໃນສະຖານທີ່ທ່ອງທ່ຽວແມ່ນໄດ້ຖືກຈັໍດສັນໄວ້ຢ່າງເປັນລະບຽບຮຽບຮ້ອຍ, ສະອາດງາມຕາ, ມີຕົ້ນໄມ້ຫຼາຍ, ມີການອານຸລັກຄວາມເປັນທຳມະຊາດ ແລະ ຍັງມີສວນດອກໄມ້ນ້ອຍໆສວຍງາມທີ່ຈັດສັນໄວ້ເພື່ອໃຫ້ພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທີ່ຂື້ນມາກາບໄຫວ້ພະພຸດທະຮູບ, ມາຊົມທັດສະນິຍະພາບຂອງເມືອງປາກເຊ ໄດ້ສຳພັດອາກາດທີ່ສົດຊື່ນ ແລະ ຊຶມຊັບຄວາມເປັນທຳມະຊາດຂອງສະຖານທີ່ນັ້ນໄດ້ຢ່າງເຕັມທີ່
ສິ່ງອຳນວຍຄວາມສະດວກຂອງສະຖານທີ່
ສິ່ງອຳນວຍຄວາມສະດວກຂອງວັດພູສ່າເຫຼົ້ານັ້ນຖືວ່າມີຄວາມສະດວກສະບາຍພໍສົມຄວນເຊັ່ນ: ການເຂົ້າຊົມວັດພູສ່າເຫຼົ້າແມ່ນບໍ່ໄດ້ເສຍຄ່າເຂົ້າຊົມ, ສຳລັບເສັ້ນທາງເຂົ້າເຖິງສະຖານທີ່ແມ່ນສາມາດເຂົ້າເຖິງໄດ້ 2 ເສັ້ນທາງຄື: ຂຶ້ນຕາມເສັ້ນທາງທີ່ເປັນທາງປູເປຕົງສາມາດນຳຍານພາຫະນະຂຶ້ນຮອດເທິງວັດໄດ້ ແລະ ອີກເສັ້ນທາງໜຶ່ງແມ່ນຢ່າງຂຶ້ນຕາມຂັ້ນໃດກໍໄດ້. ພາຍໃນວັດເປັນລານກວ້າງທີ່ປູດ້ວຍຊີມັງ, ມີບ່ອນຈອດລົດກວ້າງຂວາງ, ມີຖັງຂີ້ເຫຍື້ອ, ປ້າຍ ແລະ ສິລາຈາລຶກທີ່ບອກຄວາມເປັນມາຂອງການສ້າງພະພຸດທະຮູບ ຫຼື ຫໍສາລາຕ່າງໆ ຢາຍຢູ່ຕາມແຕ່ລະຈຸດ.



ນອກນັ້ນຍັງມີ ຕັ່ງນັ່ງຕາມກ້ອງຕົ້ນໄມ້ ແລະ ມີການຈັດສັນສະຖານທີ່ຖ່າຍຮູບໄວ້ໃຫ້ນັກທ່ອງທ່ຽວອີກດ້ວຍ. ສຳລັບຕົ້ນຂັ້ນໃດທາງຂຶ້ນ ຫຼື ເອີ້ນວ່າຕີນພູນັ້ນກໍ່ມີບ່ອນຈອດລົດໃຫ້ສຳລັບນັກທ່ອງທ່ຽວທີ່ບໍ່ຢາກເອົາພາຫະນະຂື້ນເທິງພູ, ກົງກັນຂ້າມຟາກທາງຂອງບ່ອນຈອດລົດນັ້ນແມ່ນມີຮ້ານອາຫານ ແລະ ຮ້ານຂາຍເຄື່ອງຍ່ອຍຕ່າງໆໄວ້ຮອງຮັບນັກທ່ອງທ່ຽວ.

ການແນະນຳກິດຈະກຳນັ້ນເພື່ອບໍ່ໃຫ້ເກີດຄວາມຮູ້ເທົ່າບໍ່ເຖິງການ
ສຳລັບກິດກະກຳໃນວັດພູສ່າເຫຼົ້າກໍ່ຈະແມ່ນການໄຫວ້ພະ, ການຢ່າງຂື້ນ-ລົງທາງຂັ້ນໃດ, ການຕີລະຄັງລັນຄ້ອງ, ການຊົມວິວທິວທັດ, ການເກັບພາບຖ່າຍຮູບວິວ ແລະ ພະພຸດທະຮູບຕ່າງໆ. ການທີ່ໄປທ່ຽວຊົມສະຖານທີ່ທ່ອງທ່ຽວນັ້ນແມ່ນຢາກໃຫ້ທຸກຄົນທຳຄວາມເຂົ້າໃຈກ່ຽວກັບສະຖານທີ່, ປະຕິບັດຕາມກົດ ແລະ ຂໍ້ຫ້າມ ຂອງສະຖານທີ່ ເພື່ອເປັນການຮັກສາຄວາມປອດໄພຂອງຕົນເອງ ແລະ ສ່ວນລວມ.

ຄວາມເຊື່ອຂອງເທດສະການ ແລະ ງານປະເພນີຕ່າງໆເທດສະການ ແລະ ງານປະເພນີຂອງວັດພູສ່າເຫຼົ້າແມ່ນແຕ່ລະປີກໍ່ມີບຸນຜ້າ, ບຸນອອດກະຖິນຕ່າງໆ ແລະກໍ່ຍັງມີງານສົມໂພດພະປະຈຳປີ. ເຊິ່ງປັດຈຸບັນໄດ້ມີການອຸປະຖຳສ້າງ ສູນປະຕິບັດທຳ ເວລຸວັນ ພູສ່າເຫຼົ້າ
ແລະ ທຸກໆອາທິດກໍ່ໄດ້ມີງານປະຕິບັດທຳຕັ້ງສະມາທິ, ຖືສິນກິນເຈ, ເຜີຍແຜ່ສີລະທັມ ແລະ ປະຕິບັດວິປັສສະນາກັມມະຖານ


 







Comments